ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ຕີ​ລາ​ຄາ​ “ຜົນ​ງານ​ພິ​ເສດ” ຂອງ ຫວຽດ​ນາມ

(VOVWORLD) -ເມື່ອຕີລາຄາບົດບາດຂອງຫວຽດນາມ ໃນປີ ເປັນປະທານອາຊຽນ 2020, ທ່ານ Will Nankervis ຢັ້ງຢືນວ່າ ຫວຽດນາມສາມາດຮັກສາໄດ້ ກຳລັງໜູນຂອງ ວິໄສທັດ ມະຫາສະມຸດອິນເດຍ - ປາຊີຟິກ, ໃນນັ້ນໄດ້ຕັ້ງອາຊຽນໄວ້ໃນທີ່ຕັ້ງໃຈກາງ. ກ່ຽວກັບຄວາມໝາຍຂອງການເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)
ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ຕີ​ລາ​ຄາ​ “ຜົນ​ງານ​ພິ​ເສດ” ຂອງ ຫວຽດ​ນາມ - ảnh 1ພາບປະກອບ: TTXVN 

ຫວ່າງແລ້ວນີ້, ທີ່ການຕອບສຳພາດຕໍ່ສື່ມວນຊົນ ຢູ່ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານ Will Nankervis ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ອາຊຽນ ໄດ້ເນັ້ນໜັກວ່າ: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໂດຍຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ (ໃນລະຫວ່າງວັນທີ 12 – 15 ພະຈິກ) ແມ່ນ “ຜົນງານພິເສດ” ໃນສະພາບເກີດໂລກລະບາດ ໂຄວິດ - 19. ເມື່ອຕີລາຄາບົດບາດຂອງຫວຽດນາມ ໃນປີ ເປັນປະທານອາຊຽນ 2020, ທ່ານ Will Nankervis ຢັ້ງຢືນວ່າ ຫວຽດນາມສາມາດຮັກສາໄດ້ ກຳລັງໜູນຂອງ ວິໄສທັດ ມະຫາສະມຸດອິນເດຍ - ປາຊີຟິກ, ໃນນັ້ນໄດ້ຕັ້ງອາຊຽນໄວ້ໃນທີ່ຕັ້ງໃຈກາງ. ກ່ຽວກັບຄວາມໝາຍຂອງການເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ທ່ານ Will Nankervis ຖືວ່າ ນີ້ແມ່ນຂໍ້ຕົກລົງສຳຄັນ, ສ້າງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ