ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ, Marc Knapper ຢ້ຽມ​ຢາມ, ຫຼີ້ນ​ກິ​ລາ​ກັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ກັບ​ທາດ​ພິດ​ສີ​ສົ້ມ

(VOVWORLD) - ຕອນບ່າຍວັນທີ 06 ກັນຍາ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ , Marc Knapper ພ້ອມດ້ວຍຄະນະນັກຮົບເກົ່າ ອາເມລິກາ ໄດ້ໄປຢ້ຽມຢາມສູນອຸປະກະລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ເດັກນ້ອຍຜູ້ໂຊກບໍ່ດີ ນະຄອນ ດ່າໜັງ; ແລກປ່ຽນກິລາກາຍຍະກຳພ້ອມກັບຜູ້ປະສົບເຄາະຮ້າຍ.
ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ, Marc Knapper ຢ້ຽມ​ຢາມ, ຫຼີ້ນ​ກິ​ລາ​ກັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ກັບ​ທາດ​ພິດ​ສີ​ສົ້ມ - ảnh 1ທ່ານ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, Marc Knapper ຢ້ຽມຢາມ, ຫຼີ້ນກິລາກັບຜູ້ປະສົບເຄາະຮ້າຍກັບທາດພິດສີສົ້ມ (ພາບ: plo.vn)

        ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper ໃຫ້ຮູ້ວ່າ ປີ 2025 ຈະແມ່ນປີທີ່ສຳຄັນທີ່ສຸດໃນການພົວພັນບລະຫວ່າງ ຫວຽດນາມ ແລະ ອາເມລິກາ, ແມ່ນປີສະເຫຼີມສະຫຼອງ 30 ປີແຫ່ງວັນຫັນການພົວພັນ ຫວຽດນາມ - ອາເມລິກາ ເປັນປົກກະຕິ (1995 – 2025). ໃນຮອບເວລາ 30 ປີ ຜ່ານມາ ກໍຄື ໃນຊຸມປີນີ້, ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍ, ຮຽງບ່າຮຽງໄຫຼ່ພ້ອມກັບ ຫວຽດນາມ ເພື່ອຊ່ວຍ ຫວຽດນາມ ກາຍເປັນປະເທດໝັ້ນຄົງເຂັ້ມແຂງ, ເອກະລາດ ແລະ ກ້າແກນ.

        ໃນລາຍການ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ  Marc Knapper ແລະ ບັນດາຜູ້ແທນໃນຄະນະ ກໍຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນ ແລະ ແລກປ່ຽນສິລະປະວັນນະຄະດີ, ຫຼີ້ນກິລາ ພ້ອມກັບນ້ອງໆຢູ່ສູນແຫ່ງນີ້.


ຕອບກັບ

ຂ່າວ/ບົດ​ອື່ນ