ເອກ​ອັກ​ຄະ​ລັດ​ຖະ​ທູດ ເປ​ຣູ ຕີ​ລາ​ຄ​າ​ສູງ​ບົດ​ບາດ​ສາ​ກົນ​ຂອງ​ຫວຽດ​ນາມ

(VOVWORLD) -ທ່ານເອກອັກຄະລັດຖະທູດ ເປຣູ ປະຈຳຫວຽດນາມ Augusto Morelli ໄດ້ໃຫ້ຂໍ້ສັງເກດວ່າ, ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນການພັດທະນາເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ແມ່ນສະມາຊິກສຳຄັນຢູ່ ອາຊີ ແລະ  ໂລກ.
ເອກ​ອັກ​ຄະ​ລັດ​ຖະ​ທູດ ເປ​ຣູ ຕີ​ລາ​ຄ​າ​ສູງ​ບົດ​ບາດ​ສາ​ກົນ​ຂອງ​ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ APEC (ພາບ: TTXVN)

ທ່ານ Augusto Morelli ຖືວ່າ ການຜັນຂະຫຍາຍນະໂຍບາຍເປີດປະຕູ ແລະ ພາລະກິດແຫ່ງການປ່ຽນແປງໃໝ່ໃນໄລຍະ 35 ປີຜ່ານມາໄດ້ສ້າງກຳລັງໜູນໃຫ້ແກ່ການເຕີບໂຕແບບຍືນຍົງ ແລະ ການພັດທະນາເສດຖະກິດຂອງຫວຽດນາມ

ເມື່ອຕີລາຄາກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ຫວຽດນາມ ບໍ່ໂດດດ່ຽວໃນການຕໍ່ສູ້ນີ້, ຍ້ອນວ່ານີ້ແມ່ນບັນຫາທົ່ວໂລກ. ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງທັງສອງປະເທດໄດ້ ແລະ ພວມຜັນຂະຫຍາຍຫຼາຍມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກໂລກລະບາດ, ມຸ່ງໄປເຖິງການຍູ້ໄວວິວັດການສັກວັກຊິນກັນພະຍາດໂຄວິດ - 19.

ທ່ານກໍ່ເນັ້ນໜັກເຖິງຄວາມສຳຄັນ ຂອງຄວາມມານະພະຍາຍາມໃນການຟື້ນຟູພື້ນຖານເສດຖະກິດ ແລະ ຮັບປະກັນຄວາມສົມດູນ ລະຫວ່າງການພັດທະນາເສດຖະກິດ ກັບເປົ້າໝາຍເບິ່ງແຍງສຸຂະພາບຂອງປະຊາຄົມ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ສົ່ງຄຳອວຍພອນໄປຍັງທ່ານເລຂາທິການໃຫຍ່ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ທີ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII.

ຕອບກັບ

ຂ່າວ/ບົດ​ອື່ນ