ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ສອງ​ປະ​ເທດ ລັດ​ເຊຍ, ອາ​ເມ​ລິ​ກາ ​ກັບ​ຄື​ນສູ່​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ ພາຍຫຼັງ​ທີ່​ຖືກ​ຮຽກ​ຕົວ​ກັບ​ຄືນ​ເມືອ​ປະ​ເທດ

(VOVWORLD) -ສຳນັກຂ່າວສານ Ria Novosti ໄດ້ຄັດສະເໜີຄຳເວົ້າຂອງທ່ານເອກອັກຄະລັດຖະທູດ Anatoly Antonov ກ່ອນທີ່ຈະຂຶ້ນຍົນ ໂດຍໃຫ້ຮູ້ວ່າ ພາຍຫຼັງທີ່ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າໃນການພົບປະສຸດຍອດ ລະຫວ່າງ ລັດເຊຍ - ອາເມລິກາ, ທ່ານຈະສົມທົບກັບບັນດາເພື່ອນຮ່ວມງານ ອາເມລິກາ ເພື່ອສ້າງສາຍພົວພັນທີ່ຍຸຕິທຳ ແລະ ແທດຈິງ ກັບ ອາເມລິກາ. 
ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ສອງ​ປະ​ເທດ ລັດ​ເຊຍ, ອາ​ເມ​ລິ​ກາ ​ກັບ​ຄື​ນສູ່​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ ພາຍຫຼັງ​ທີ່​ຖືກ​ຮຽກ​ຕົວ​ກັບ​ຄືນ​ເມືອ​ປະ​ເທດ - ảnh 1ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ Anatoly Antonov (ພາບ: ກະຊວງການຕ່າງປະເທດ ລັດເຊຍ)

ວັນທີ 20 ມິຖຸນາ, ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ Anatoly Antonov ໄດ້ມາຂຶ້ນເຮືອບິນຈາກນະຄອນຫຼວງ ມົດສະກູ ໄປຍັງນະຄອນ ນິວຢອກ ກ່ອນທີ່ຈະກັບຄືນສູ່ປະຕິບັດໜ້າທີ່ທາງການທູດ ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ. ສຳນັກຂ່າວສານ Ria Novosti ໄດ້ຄັດສະເໜີຄຳເວົ້າຂອງທ່ານເອກອັກຄະລັດຖະທູດ Anatoly Antonov ກ່ອນທີ່ຈະຂຶ້ນຍົນ ໂດຍໃຫ້ຮູ້ວ່າ ພາຍຫຼັງທີ່ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າໃນການພົບປະສຸດຍອດ ລະຫວ່າງ ລັດເຊຍ - ອາເມລິກາ, ທ່ານຈະສົມທົບກັບບັນດາເພື່ອນຮ່ວມງານ ອາເມລິກາ ເພື່ອສ້າງສາຍພົວພັນທີ່ຍຸຕິທຳ ແລະ ແທດຈິງ ກັບ ອາເມລິກາ. ທ່ານເອກອັກຄະລັດຖະທູດ ແຈ້ງໃຫ້ຊາບວ່າ ທ່ານໄດ້ຂຶ້ນແຜນດຳເນີນການພົບປະ ແລະ ຫວັງວ່າ ຈະມີການປະສານງານທີ່ມີລັກສະນະສ້າງສັນ.

        ກ່ອນໜ້ານັ້ນ, ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ Anatoly Antonov ແລະ ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ລັດເຊຍ John Sullivan ຖືກຮຽກຕົວກັບຄືນເມືອປະເທດ ເພື່ອປຶກສາຫາລື ໃນສະພາບ ການພົວພັນລະຫວ່າງສອງປະເທດ ທີ່ມີສັນຍານຂີ້ຮ້າຍລົງ. ໃນກອງປະຊຸມສຸອຍອດ ລັດເຊຍ - ອາເມລິກາ ຢູ່ ເຊີແນວ ຜ່ານມາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden  ໄດ້ຕົກລົງເປັນເອກະພາບວ່າ  ເອກອັກຄະລັດຖະທູດ ຂອງສອງປະເທດ ຈະໄດ້ກັບຄືນສູ່ປະຕິບັດໜ້າທີ່ທາງການທູດຂອງຕົນ. ເຖິງວ່າ ຍັງບໍ່ທັນບັນລຸໄດ້ໝາກຜົນບຸກທະລຸຢ່າງໃຫຍ່ຫຼວງກໍຕາມ, ແຕ່ການພົບປະຄັ້ງນີ້ ກໍແມ່ນສັນຍານທີ່ຕັ້ງໜ້າສຳລັບການພົວພັນສອງຝ່າຍ.

 


ຕອບກັບ

ຂ່າວ/ບົດ​ອື່ນ