ເອກອັກຄະລັດຖະທູດບັນດາປະເທດ ມີຄວາມປະເອີບໃຈຕໍ່ຄວາມຫວັງການຮ່ວມມືກັບ ຫວຽດນາມ ໃນປີ 2023

(VOVWORLD) -ທ່ານເອກອັກຄະລັດຖະທູດ Marc E.Knapper ໄດ້ຊີ້ແຈ້ງບັນດາຜົງານ “ດີງາມທີ່ສຸດ” ໃນການພົວພັນຮ່ວມມື ຫວຽດນາມ - ອາເມລິກາ.
ເອກອັກຄະລັດຖະທູດບັນດາປະເທດ ມີຄວາມປະເອີບໃຈຕໍ່ຄວາມຫວັງການຮ່ວມມືກັບ ຫວຽດນາມ ໃນປີ 2023 - ảnh 1ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ  Marc E.Knapper
(ພາບ: ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ)

“ປີໃໝ່ວຽນມາແລ້ວ, ຄະນະຜູ້ຕາງໜ້າດ້ານການທູດ ອາເມລິກາ ມີຄວາມເບີກບ່ານມວນຊື່ນໄດ້ຕ້ອນຮັບພ້ອມກັບເພື່ອນມິດ, ຄອບຄົວ ແລະ ບັນດາຄູ່ຮ່ວມມື ຫວຽດນາມ. ປີທຳອິດຂອງຂ້າພະເຈົ້າດ້ວຍຖານະເປັນເອກອັກຄະລັດຖະທູດແມ່ນມີວຽກງານຫຼາຍຢ່າງ, ແຕ່ພວກເຮົາບັນລຸໄດ້ຜົນງານດີງາມຫຼາຍຢ່າງໃນປີ 2022”, ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ  Marc E.Knapper ໃນເທບວີດີໂອສົ່ງໃຫ້ບັນດາອົງການສື່ມວນຊົນ ຫວຽດນາມ ເນື່ອງໃນໂອກາດປີໃໝ່ 2023. ໃນເທບວີດີໂອຍາວ 3 ນາທີ, ທ່ານເອກອັກຄະລັດຖະທູດ Marc E.Knapper ໄດ້ຊີ້ແຈ້ງບັນດາຜົງານ “ດີງາມທີ່ສຸດ” ໃນການພົວພັນຮ່ວມມື ຫວຽດນາມ - ອາເມລິກາ. ນັ້ນແມ່ນບັນດາການພົບປະຂັ້ນສູງລະຫວ່າງ 2 ປະເທດ ແລະ ການຮ່ວມມືຕ້ານໂລກລະບາດໂຄວິດ-19. ທ່ານເອກອັກຄະລັດຖະທູດສະແດງຄວາມລໍຄອຍຕໍ່ບັນດາການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນຄວາມມານະພະຍາຍາມສ້າງລະບົບສະໜອງຢ່າງແຮງ, ເພີ່ມທະວີການບໍລິຫານ ແລະ ຄວາມສາມາດຕ້ານທານຕໍ່ການປ່ຽນແປງຂອງດິນຟ້າອາກາດ”…

ສ່ວນທ່ານເອກອັກຄະລັດຖະທູດ ອິນເດຍ Sandeep Arya ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ການຮ່ວມມືທາງດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ອິນເດຍ ໄດ້ ແລະ ພວມໄດ້ຮັບການຊຸກຍູ້, ເພີ່ມທະວີ ດ້ວຍຄວາມມານະພະຍາຍາມຈາກທັງ 2 ຝ່າຍ ເພື່ອມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າ 2 ສົ້ນບັນລຸ 15 ຕື້ USD/ປີ. ດ້ວຍທ່າແຮງຂອງແຕ່ລະປະເທດ, ຫວຽດນາມ ແລະ ອິນເດຍ ມີກາລະໂອກາດຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືດ້ານການຄ້າຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.

ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew John Lech Goledznowski ໃຫ້ຮູ້ວ່າ, ດ້ວຍຖານະເປັນເອກອັກຄະລັດທູດ ອົດສະຕາລີ ຢູ່ທີ່ນີ້, ທ່ານສະແດງຄວາມຫວັງຢາກສືບຕໍ່ສ້າງ ແລະ ພັດທະນາການພົວພັນຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໃນສະພາບ 2 ປະເທດຈະຈັດຕັ້ງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດໃນປີ 2023. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ການຮ່ວມມືລະຫວ່າງ 2 ປະເທດຈະຍົກຂຶ້ນສູ່ລະດັບສູງໃໝ່ໃນຂົງເຂດເສດຖະກິດ; ການຮ່ວມມືຍຸດທະສາດ ແລະ ບັນດາບັນຫາຄວາມໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ