ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ ຊອກ​ຮູ້​ໂອ​ກາດ​ລົງ​ທຶນ ຢູ່ ເຂດ​ເສດ​ຖະ​ກິດ​ພິ​ເສດ ສະ​ຫວັນ - ເຊ​ໂນ, ສ​ປ​ປ.ລາວ

(VOVWORLD) -ຄະນະເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ລາວ ຫາກໍມີການຢ້ຽມຢາມ ແລະ ຊອກຮູ້ໂອກາດລົງທຶນ, ຄວາມສາມາດໃນການເຊື່ອມຕໍ່ໃນຂົງເຂດ logistic ຢູ່ເຂດເສດຖະກິດພິເສດ ສະຫວັນ - ເຊໂນ, ແຂວງ ສະຫວັນນະເຂດ, ພາກກາງຂອງ ລາວ.
ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ ຊອກ​ຮູ້​ໂອ​ກາດ​ລົງ​ທຶນ ຢູ່ ເຂດ​ເສດ​ຖະ​ກິດ​ພິ​ເສດ ສະ​ຫວັນ - ເຊ​ໂນ, ສ​ປ​ປ.ລາວ - ảnh 1ຄະນະເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ລາວ  ຊອກຮູ້ໂອກາດລົງທຶນ ຢູ່ ເຂດເສດຖະກິດພິເສດ ສະຫວັນ - ເຊໂນ

ໂດຍມີທີ່ຕັ້ງຍຸດທະສາດຕັ້ງຢູ່ແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ, ມີຄວາມຍາວ 1.450 ກິໂລແມັດ (ຈາກດ່າໜັງ- ຫວຽດນາມ ໄປຜ່ານ ແຂວງສະຫວັນນະເຂດ - ພາກອີສານຂອງ ໄທ ແລະ ສິ້ນສຸດຢູ່ທ່າກ່ຳປັ່ນ Mawlamyine  ຢູ່ ມຽນມາ, ເຊື່ອມຕໍ່ທະເລ Andaman ກັບ ທະເລຕາເວັນອອກ, ເຂດເສດຖະກິດພິເສດ ສະຫວັນ - ໂຊໂນ, ແຂວງ ສະຫວັນນະເຂດ ໄດ້ຮັບຖືວ່າແມ່ນແບບຢ່າງດຶງດູດນັກລົງທຶນຕ່າງປະເທດຂອງລາວ. ພິເສດ, ທ່າບົກ ສະຫວັນນະເຂດ ດ້ວຍລະບົບພື້ນຖານໂຄງລ່າງ,  ພາຫະນະທີ່ທັນສະໄໝ, ໄດ້ຮັບການຄາດຄະເນວ່າ ຈະສວມບົດບາດສຳຄັນ, ກາຍເປັນສູນສົ່ງຕໍ່ ແລະ ສູນບໍລິການ logistic ຫຼາຍຮູບຫຼາຍແບບ ສຳລັບ ປະລິມານສິນຄ້າຫຼວງຫຼາຍໃນອະນາຄົດ, ຍ້ອນມີການເຊື່ອມຕໍ່ກັບລະບົບຄົມມະນາຄົມກັບບັນດາປະເທດ ຫວຽດນາມ, ໄທ, ມຽນມາ ຜ່ານແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ ລຽບຕາມເສັ້ນທາງຫຼວງເລກທີ 9.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ ຊອກ​ຮູ້​ໂອ​ກາດ​ລົງ​ທຶນ ຢູ່ ເຂດ​ເສດ​ຖະ​ກິດ​ພິ​ເສດ ສະ​ຫວັນ - ເຊ​ໂນ, ສ​ປ​ປ.ລາວ - ảnh 2ເຂດເສດຖະກິດພິເສດ ສະຫວັນ - ເຊໂນ 

ນີ້ຈະແມ່ນໂອກາດທີ່ດີທີ່ສຸດ ເພື່ອໃຫ້ບັນດາວິສາຫະກິດ ອາຊຽນ, ໂດຍສະເພາະແມ່ນ ຫວຽດນາມ ໃນບັນດາຂົງເຂດຜະລິດ, ປຸງແຕ່ງສິນຄ້າສົ່ງອອກ ແລະ ການບໍລິການ logistic.

ນັກຂ່າວ VOV ປະຈຳ ລາວ


ຕອບກັບ

ຂ່າວ/ບົດ​ອື່ນ