ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽ​ນ​ຢູ່​ລັດ​ເຊຍ​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ຂອງ​ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 31 ກໍລະກົດ, ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດຫວຽດານມ ປະຈຳລັດເຊຍ, ປະທານຄະນະກຳມະການອາຊຽນຢູ່ມົດສະກູ (AMC) ໄດ້ເປັນປະທານກອງປະຊຸມ AMC ດ້ວຍການເຂົ້າຮ່ວມຂອງ ເອກອັກຄະລັດຖະທູດ 10 ປະເທດອາຊຽນ ປະຈຳ ລັດເຊຍ.
ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽ​ນ​ຢູ່​ລັດ​ເຊຍ​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ຂອງ​ຫວຽດ​ນາມ - ảnh 1ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດຫວຽດານມ ປະຈຳລັດເຊຍ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານ ໂງດຶກແມ້ງ ປະທານ AMC 2020 ໄດ້ແບ່ງປັນ, ອັບເດດຂໍ້ມູນຂ່າວສານກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມ ແລະ ບັນດາການເຄື່ອນໄຫວຂອງຫວຽດນາມໃນຖານະຕຳແໜ່ງເປັນປະທານອາຊຽນ ປີ 2020 ແລະ ສະເໜີບາງມາດຕະການເພີ່ມທະວີການສົມທົບໃນຂອບເຂດ AMC ກັບຄູ່ຮ່ວມມືລັດເຊຍ.

        ທ່ານເອກອັກຄະລັດຖະທູດ 10 ປະເທດອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ຄວາມມານະພະຍາຍາມຂອງຫວຽດານໃນຖານະຕຳແໜ່ງເປັນປະທານອາຊຽນທີ່ມີການເຄື່ອນໄຫວຫຼາຍຢ່າງເພື່ອນຳພາປະຕິບັດໂຄງການດຳເນີນງານ, ພິເສດແມ່ນຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36ທາງອອນລາຍສຳເລັດຜົນໃນສະພາບການທີ່ໂລກລະບາດ Covid – 19 ຍັງຄົງສືບຕໍ່ຜັນແປຢ່າງສັບສົນ.

        ບັນດາເອກອັກຄະລັດຖະທູດລ້ວນແຕ່ໃຫ້ຂໍ້ສັງເກດລວມວ່າ: ໂລກລະບາດ Covid – 19 ແມ່ນໂລກລະບາດທີ່ບໍ່ເຄີຍເກີດຂຶ້ນມາກ່ອນ, ສົ່ງຜົນສະທ້ອນຢ່າງຮ້າຍແຮງຕໍ່ສຸຂະພາບຂອງປະຊາຊົນ, ຕໍ່ລະບົບສາທາລະນະສຸກ ແລະ ກໍ່ຜົນເສຍຫາຍຢ່າງມະຫາສານທາງດ້ານເສດຖະກິດ, ມີຜົນກະທົບຫຍໍ້ທໍ້ຫຼາຍດ້ານຕໍ່ສັງຄົມໃຫ້ທຸກໆປະເທດຢູ່ໃນໂລກເວົ້າລວມ ແລະ ອາຊຽນເວົ້າສະເພາະ. ບົນເນື້ອໃນຈິດໃຈດັ່ງກ່າວນັ້ນ, ບັນດາເອກອັກຄະລັດຖະທູດໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງອຳນາດການປົກຄອງລັດເຊຍທີ່ສາມາດຄວບຄຸມໂລກລະບາດ Covid – 19 ໄດ້ເປັນຢ່າງດີ, ກໍ່ຄືໜູນຊ່ວຍບັນດາອົງການທູຕານຸທູດຂອງບັນດາປະເທດອາຊຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ