ເອກອັກຄະລັດຖະທູດຫງວຽນຮົ່ງທາວໄດ້ຮັບເລືອກຕັ້ງເປັນຮອງປະທານຜູ້ທີ 2 ຂອງຄະນະກຳມະການກົດໝາຍສາກົນສປຊ

(VOVWORLD) -ກອງປະຊຸມຄັ້ງທີ 70 ຂອງຄະນະກຳມະການກົດໝາຍສາກົນສະຫະປະຊາຊາດ ທີ່ດຳເນີນໃນລະຫວ່າງວັນທີ 30 ເມສາ ຫາວັນທີ 01 ມິຖຸນາ 2018, ຢູ່ສຳນັກງານສະຫະປະຊາຊາດ ທີ່ນິວຢອກ, ປະເທດອາເມລິກາ ແລະ ໃນລະຫວ່າງວັນທີ 03 ກໍລະກົດ ຫາວັນທີ 10 ສິງຫາ 2018 ຢູ່ເຊີແນວ, ປະເທດສະວິດ.

ເອກອັກຄະລັດຖະທູດຫງວຽນຮົ່ງທາວໄດ້ຮັບເລືອກຕັ້ງເປັນຮອງປະທານຜູ້ທີ 2 ຂອງຄະນະກຳມະການກົດໝາຍສາກົນສປຊ - ảnh 1 ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ

(ພາບປະກອບ: TTXVN)

ທີ່ກອງປະຊຸມດັ່ງກ່າວນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ, ສະມາຊິກຂອງຫວຽດນາມ ໄດ້ເປັນກຽດຮັບເລືອກຕັ້ງເປັນຮອງປະທານຜູ້ທີ 2 ຂອງຄະນະກຳມະການ.

      ທີ່ກອງປະຊຸມ, ຄະນະກຳມະການຈະພິຈາລະນາຫຼາຍບັນຫາໃນຍຸກປະຈຸບັນຂອງກົດໝາຍສາກົນຄື: ນຳໃຊ້ຂໍ້ຕົກລົງ ແລະ ພຶດຕິກຳຕົວຈິງໃນການຜັນຈະຫຍາຍການອະພິປາຍບັນດາສົນທິສັນຍາສາກົນ; ກຳນົດຮີດຄອງປະເພນີຂອງສາກົນ; ປົກປັກຮັກສາສິ່ງແວດລ້ອມໃນການປະທະກັນດ້ວຍອາວຸດ…

      ຄະນະຜູ້ແທນຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມໃນບັນດາການເຄື່ອນໄຫວຂອງຄະນະກຳມະການ ໃນການສະເໜີສ້າງບັນດາຂໍ້ກຳນົດຂອງກົດໝາຍສາກົນ ບົນພື້ນຖານຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ສິດທິມະນຸດ ແລະ ການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ