ເອກອັກຄະລັດຖະທູດຫວຽດນາມ ປະຈຳສປຊຢັ້ງຢືນອະທິປະໄຕຂອງຫວຽດນາມຢູ່ເຂດຈີນຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍ

ເອກອັກຄະລັດຖະທູດຫວຽດນາມ ປະຈຳສປຊຢັ້ງຢືນອະທິປະໄຕຂອງຫວຽດນາມຢູ່ເຂດຈີນຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍ - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ເລ​ຮ່ວາຍ​ຈູງ,
ຫົວໜ້າ​ຄະນະ​ຜູ້​ຕາງໜ້າ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ)


(vovworld) – ວັນ​ທີ 10/06, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ເລ​ຮ່ວາຍ​ຈູງ, ຫົວໜ້າ​ຄະນະ​ຜູ້​ຕາງໜ້າ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ (ສປຊ) ​ໄດ້​ມີ​ການ​ພົບປະ​​ແລະ ຕອບ​ສຳພາດກັບນັກ​ຂ່າວສາກົນ​ຈຳນວນ​ໜຶ່ງ​ຢູ່​ນິວຢອກ, ປະ​ເທດ​ອາ​ເມລິ​ກາ ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ແລະ ​ເລື່ອ​ງຈີນ ປະກາດ​ຈົດໝາຍ​ທາງ​ການ​ຢູ່​ສປຊ ຊຶ່ງກ່າວຫາຫວຽດນາມ ພາຍ​ຫຼັງຫວຽດນາມ ສົ່ງ​ຈົດໝາຍ​ທາງ​ການ​ເຖິງ​ທ່ານ​ເລຂາທິການ​ໃຫຍ່​ສປຊ ​ເພື່ອ​ຄັດຄ້ານ​ການ​ກະທຳ​ລ່ວງ​ລ້ຳອະທິປະ​ໄຕ​ຫວຽດນາມ ຂອງ​ຈີນ. ທ່ານ​ເອກ​ອັກຄະ​ລັດຖະທູດ ເລ​ຮ່ວາຍ​ຈູງ ​ເນັ້ນ​ໜັກ​ວ່າ ບັນດາ​ການ​ກະທຳ​ພວມ​ດຳ​ເນີນ​ໄປ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ບັນຫາ​ຮ້າຍ​ແຮງ ​ແລະ ຢືນຢັນ ຫວຽດນາມ ຕັດສິນ​ໃຈ​ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ກຳ​ປັ່ນ​ກວ່າ 100 ລຳ ອອກ​ຈາກເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ເພື່ອ​ດຳເນີນການເຈລະຈາ. ຕໍ່ໜ້າ​ຄຳ​ຖາມ​ກ່ຽວ​ກັບ​ບັນດາ​ຄຳກ່າວ​ຫາ​ຂອງ​ຈີນ ທີ່​ວ່າ ບັນດາ​ກຳ​ປັ່ນ​ຂອງຫວຽ​ດນາມ ຕັ້ງ​ໃຈກວນ ແລະ ຕໍາກຳ​ປັ່ນ​ຂອງ​ຈີນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ​ເລ​ຮ່ວາຍ​ຈູງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ໄດ້​ເຊີນ​ບັນດາ​ນັກ​ຂ່າວ​ສາກົນ​ໄປຍັງສະຖານທີ່ເກີດເຫດຕົວ​ຈິງ​ເພື່ອ​ເຫັນ​ປະຈັກ​ຕາ​ບັນດາ​ສິ່ງ​ທີ່​ເກີດ​ຂຶ້ນ, ຊຳ​ບໍ່​ໜຳ ຫວຽດນາມ ກໍ່​ເຊື້ອ​ເຊີນ​ບັນດາ​ນັກ​ຂ່າວ​ຈີນ ມາສະ​ຖານ​ທີ່ເກີດເຫດ. ບັນດາ​ຮູບ​ຖ່າຍ​ເຊິ່ງນັກ​ຂ່າວ​ຫວຽ​ດນາມ ​ແລະ ສາກົນ​ໄດ້​ປະກາດ​ຄື ກຳ​ປັ່ນ​ຈີນ ບຸກ​ໂຈມ​ຕີ​ດ້ວຍ​ການ​ໃຊ້​ທໍ່​ສີດ​ນ້ຳ ຫຼື ຕັ້ງ​ໃຈ​ຕຳ​ກຳ​ປັ່ນ​ຂອງ​ຊາວ​ປະມົງຫວຽດນາມ ​ໃຫ້​​ຈົມ​ນ້ຳ, ​ຮູບພາບເຫຼົ່ານັ້ນ. ໄດ້ສະແດງ​ໃຫ້​ເຫັນ​ຄວາມ​ຈິ່ງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ​ເລ​ຮ່ວາຍ​ຈູງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ມີ​ພະຍານ​ຫຼັກ​ຖານ​​ ​ແລະ ພື້ນຖານ​ກົດໝາຍ​ຢ່າງ​ພຽງພໍ ​ເພື່ອ​ຢັ້ງຢືນ​ອະທິປະ​​ໄຕ​ທີ່​ມີ​ຕໍ່​ບໍລິເວນ​ເຊິ່ງຈີນ ພວມ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ. ຫວຽດນາມ ປາດ​ຖະໜາ​ຢາກ​ແກ້​ໄຂ​ບັນຫາ​ໂດຍ​ສັນຕິ​ວິທີ, ຜ່ານ​ການ​ໂອ້​ລົມ​ສົນທະນາ ​ແລະ ​ເຈລະຈາ.

ຂ່າວ/ບົດ​ອື່ນ