ເອກອັກຄະລັດຖະທູດຫວຽດນາມປະຈຳຈີນພົບປະກັບສື່ມວນຊົນຈີນ

(VOVWORLD) -ວັນທີ 07 ມັງກອນ, ຢູ່ສະຖານທູດຫວຽດນາມ ປະຈຳນະຄອນຫຼວງປັກກິງ, ປະເທດຈີນ, ໄດ້ດຳເນີນການພົບກັບຜູ້ຕາງໜ້າ ແລະ ນັກຂ່າວຂອງບັນດາອົງການສື່ມວນຊົນຫຼັກແຫຼ່ງຈີນ ພ້ອມກັບບັນດາອົງການສື່ມວນຊົນຫວຽດນາມ ປະຈຳຈີນ ເນື່ອງໃນໂອກາດຕົ້ນປີໃໝ່ສາກົນ.

ເອກອັກຄະລັດຖະທູດຫວຽດນາມປະຈຳຈີນພົບປະກັບສື່ມວນຊົນຈີນ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຈີນ ດັ້ງມິງຄອຍ ພົບປະກັບສື່ມວນຊົນຈີນ

(ພາບ: TTXVN)

ຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ດັ້ງມິງຄອຍ ໄດ້ສະເໜີຕໍ່ບັນດານັກຂ່າວ, ອົງການສື່ມວນຊົນຈີນ ກ່ຽວກັບບັນດາຜົນງານພົ້ນເດັ່ນຂອງຫວຽດນາມ ໃນປີ 2018. ຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດປາດຖະໜາວ່າ ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້ໃນການພົວພັນລະຫວ່າງ 2 ປະເທດໃນປີທີ່ຜ່ານມາ, ປີ 2019 ຈະສືບຕໍ່ແມ່ນປີປະສົບຜົນສຳເລັດຂອງການພົວພັນຫວຽດນາມ - ຈີນ; ປາດຖະໜາວ່າ ບັນດາການຢ້ຽມຢາມຂັ້ນສູງສຳຄັນລະຫວ່າງ 2 ປະເທດໃນປີ 2019 ຈະເຮັດໃຫ້ການພົວພັນຄູ່ຮ່ວມມື ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ, ຊຸກຍູ້ການຮ່ວມມືໃຫ້ແທດຈິງ, ກໍຄືແກ້ໄຂບັນດາຂໍ້ຕິດຂັດໃນການພົວພັນຂອງ 2 ປະເທດໃນຂົງເຂດຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ