ເອກອັກຄະລັດຖະທູດຫວຽດນາມປະຈຳໂຮນລັງຕ້ອນຮັບຄະນະຜູ້ແທນແຂວງອານຢາງໄປຢ້ຽມຢາມ,ເຮັດວຽກຢູ່ໂຮນລັງ

(VOVWORLD) -ວັນທີ 03 ສິງຫາ, ຢູ່ນະຄອນ ລາໄຮ, ປະເທດໂຮນລັງ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳໂຮນລັງ ໂງທິຮ່ວາ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນແຂວງອານຢາງ, ໂດຍທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຫງວຽນແທງບິ່ງ ນຳໜ້າ, ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໂຮນລັງ ໃນລະຫວ່າງວັນທີ 30 ກໍລະກົດ - 03 ສິງຫາ.

ເອກອັກຄະລັດຖະທູດຫວຽດນາມປະຈຳໂຮນລັງຕ້ອນຮັບຄະນະຜູ້ແທນແຂວງອານຢາງໄປຢ້ຽມຢາມ,ເຮັດວຽກຢູ່ໂຮນລັງ - ảnh 1 ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳໂຮນລັງ ໂງທິຮ່ວາ

ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນແຂວງອານຢາງ

(ພາບ: vietnamplus.vn)

ທີ່ການຕ້ອນຮັບ, ທ່ານນາງ ໂງທິຮ່ວາ ເນັ້ນໜັກວ່າ, ບັນດາຂົງເຂດເຊິ່ງຄະນະຜູ້ແທນໄດ້ແລກປ່ຽນຮ່ວມມືກັບໂຮນລັງ ແມ່ນນອນໃນຂອບເຂດຂໍ້ຕົກລົງເຊິ່ງ 2 ປະເທດເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້, ລວມມີ: ຄຸ້ມຄອງນ້ຳ, ກະສິກຳເຕັກໂນໂລຊີສູງ. ທ່ານນາງເອກອັກຄະລັດຖະທູດ ປາດຖະໜາວ່າ, ອານຢາງ ຈະນຳໜ້າໃນເລື່ອງສ້າງຕັ້ງການຮ່ວມມືດ້ານສາທາລະນະສຸກ ແລະ ພະຍາບານ ແລະ ຢືນຢັນວ່າ, ສະຖານທູດ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງແຂວງອານຢາງ ກັບບັນດາແຂວງ, ນະຄອນ ແລະ ວິສາຫະກິດຢູ່ໂຮນລັງ ເວົ້າສະເພາະ.

        ສ່ວນທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ອານຢາງ ຫງວຽນແທງບິ່ງ ໄດ້ເຫັນດີໂດຍຖືວ່າ, ການພົວພັນຫວຽດນາມ - ໂຮນລັງ ມີຄວາມສາມາດບົ່ມຊ້ອນພັດທະນາຢ່າງແຮງໃນຂົງເຂດເຊິ່ງໂຮນລັງ ມີທ່າແຮງຄື: ກະສິກຳ, ການບຳບັດນຳເສຍ, ວິທະຍາສາດ, ເຕັກໂນໂລຊີສູງ; ພ້ອມທັງສະເໜີໃຫ້ສະຖານທູດ ສືບຕໍ່ເອົາໃຈໃສ່ ແລະ ໜູນຊ່ວຍແຂວງໃນການຊຸກຍູ້ການຮ່ວມມືກັບຝ່າຍໂຮນລັງ.

ຕອບກັບ

ຂ່າວ/ບົດ​ອື່ນ