ເອກອັກຄະລັດຖະທູດອີຕາລີຂອບໃຈຫວຽດນາມ ທີ່ໄດ້ຊ່ວຍເຫຼືອອີຕາລີໃນການປ້ອງກັນ,ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ທ່ານເອກອັກຄະລັດຖະທູດອີຕາລີ Antonio Alessandro ຫາກໍ່ສົ່ງຄຳຂອບໃຈເຖິງຫວຽດນາມ ທີ່ໄດ້ສົ່ງເຄື່ອງຊ່ວຍເຫຼືອ, ໜູນຊ່ວຍອີຕາລີ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

ເອກອັກຄະລັດຖະທູດອີຕາລີຂອບໃຈຫວຽດນາມ ທີ່ໄດ້ຊ່ວຍເຫຼືອອີຕາລີໃນການປ້ອງກັນ,ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1 ທ່ານເອກອັກຄະລັດຖະທູດອີຕາລີ Antonio Alessandro ຮັບເຄື່ອງຊ່ວຍເຫຼືອ, ໜູນຊ່ວຍອີຕາລີ

(ພາບ: baoquocte.vn)

ທ່ານເອກອັກຄະລັດຖະທູດ Antonio Alessandro ເນັ້ນໜັກວ່າ, ຫວຽດນາມ ໄດ້ຢືນຢັນແມ່ນຄູ່ຮ່ວມມືຍຸດທະສາດຂອງອີຕາລີ ແລະ ໄດ້ສະແດງໃຫ້ເຫັນການຮ່ວມເດີນທາງພ້ອມກັບອີຕາລີ ດ້ວຍບັນດາການຊ່ວຍເຫຼືອດັ່ງກ່າວ.

ວັນທີ 03 ເມສາ, ເຄື່ອງຊ່ວຍເຫຼືອ ລວມມີຜ້າອັດປາກ 88.000 ອັນ ແລະ ບັນດາ ວັດຖຸອຸປະກອນການແພດ ເຊິ່ງບັນດາອົງການຈັດຕັ້ງຂອງລັດ, ບັນດາສະຫະສະມາຄົມ, ວິສາຫະກິດ ແລະ ສ່ວນບຸກຄົນຢູ່ຫວຽດນາມ ປະກອບສ່ວນ ໄດ້ສົ່ງເຖິງອີຕາລີ. ພ້ອມກັບການສົ່ງເຄືື່ອງຊ່ວຍເຫຼືອນັ້ນ, ສະຖານທູດຫວຽດນາມ ປະຈຳອີຕາລີ ກໍ່ໄດ້ມອບເງິນຊ່ວຍເຫຼືອເຖິງບາງຮາກຖານການແພດຂອງອີຕາລີນຳອີກ.

ຕອບກັບ

ຂ່າວ/ບົດ​ອື່ນ