ເອກອັກຄະລັດຖະທູດອາຟຼິກກາໃຕ້ ຮັບຫຼຽນກາທີ່ລະນຶກ “ສັນຕິພາບ ມິດຕະພາບລະຫວ່າງປະຊາຊາດ“

ເອກອັກຄະລັດຖະທູດອາຟຼິກກາໃຕ້ ຮັບຫຼຽນກາທີ່ລະນຶກ “ສັນຕິພາບ ມິດຕະພາບລະຫວ່າງປະຊາຊາດ“ - ảnh 1

(ພາບ:dangcongsan.vn)

(vovworld) - ວັນ​ທີ 11/12, ຢູ່​ຮ່າ​ໂນ້ຍ, ທ່ານ​ຫ໋ວູຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ​ໄດ້​ມອບຫຼຽນ​ກາ​ທີ່​ລະນຶກ “​ເພື່ອ​ສັນຕິພາບ​ມິດຕະພາບ​ລະຫວ່າງ​​ປະຊາ​ຊາດ“ ​ໃຫ້​ແກ່​ທ່ານ Ratubatsi Super Moloi ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະ​ເທດອາ​ຟຼິກກາ​ໃຕ້ປະຈຳຫວຽດນາມ ​ໃນ​ໂອກາດ​ທ່ານ​ສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ໜ້າທີ່​ການ​ທູດ​ຢູ່​ຫວຽດນາມ. ​ໃນ​​ໄລຍະປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ ​ເປັນ​ເວລາ 5 ປີ, ທ່ານ​ເອກ​ອັກຄະ​ລັດ​ຖະ​ທູດ Ratubatsi Super Moloi ​ໄດ້​ຕັ້ງໜ້າ​ເປັນ​ເຈົ້າການ, ສົມທົບ​ກັບ​ບັນດາ​ອົງການ​ຈັດຕັ້ງທີ່​ມີ​ສ່ວນ​ກ່ຽວຂ້ອງ​ຮຽກຮ້ອງ​ໃຫ້ການ​ອຸປະຖຳ ​ແລະ ຈັດຕັ້ງບັນດາ​ການ​ເຄື່ອນ​ໄຫວມະນຸດສະທຳ, ການ​ກຸສົນ​ຢູ່​ບັນດາ​ເຂດ​ຊົນນະບົດ​ຂອງ​ຫວຽດນາມ…ທ່ານ​ເອກ​ອັກຄະ​ລັດ​ຖະ​ທູດ Ratubatsi Super Moloi ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ​ໄດ້​ຮັບ​ລາງວັນ​ອັນ​ສູງ​ສົ່ງ​ທີ່​ສຸດ​ຂອງສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ​ແລະ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເຖິງ​ວ່າ​ໃນ​ຖານະ​ຕຳ​ແໜ່​ງ​ໃດ​ກໍ່ຕາມ, ທ່ານ​ກໍ່ຈະສືບ​ຕໍ່​ມີ​ການ​ປະກອບສ່ວນ​ອັນຕັ້ງໜ້າ​ເຂົ້າ​ໃນ​ການ​ປັບປຸງ ​ແລະ​ ພັດທະນາ​ນ້ຳ​ໃຈມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ອາ​ຟຼິກກາ​ໃຕ້ ​ແລະ ຫວຽດນາມ.

 

ຂ່າວ/ບົດ​ອື່ນ