ເອກອັກຄະລັດຖະທູດອາເມລິກາ: ລັດຖະບານຫວຽດນາມຮັບມືກັບໂລກລະບາດໂຄວິດ-19 ໄດ້ດີທີ່ສຸດ

(VOVWORLD) -ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink ໄດ້ຕີລາຄາສູງບັນດາປະຕິກິລິຍາໂຕ້ຕອບໂດຍດ່ວນຂອງຫວຽດນາມ ໃນການຮັບມືກັບໂລກລະບາດ

ເອກອັກຄະລັດຖະທູດອາເມລິກາ: ລັດຖະບານຫວຽດນາມຮັບມືກັບໂລກລະບາດໂຄວິດ-19 ໄດ້ດີທີ່ສຸດ - ảnh 1 ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink

(ພາບ: baoquocte.vn)

ໃນສານຜ່ານເທບວີດີໂອທີ່ໄດ້ເອົາລົງໃນສື່ສັງຄົມ Facebook ທາງການຂອງສະຖານທູດອາເມລິກາ ປະຈຳຫວຽດນາມ ໃນຕອນຄ່ຳວັນທີ 31 ມີນາ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink ໄດ້ຕີລາຄາສູງບັນດາປະຕິກິລິຍາໂຕ້ຕອບໂດຍດ່ວນຂອງຫວຽດນາມ ໃນການຮັບມືກັບໂລກລະບາດ, ພ້ອມກັນນັ້ນ ທ່ານກໍ່ສົ່ງຄຳຂອບອົກຂອບໃຈຕໍ່ຊາວຫວຽດນາມ ທີ່ຢູ່ແນວໜ້າຕ້ານໂລກລະບາດ. ທ່ານ Daniel Kritenbrink ກ່າວວ່າ.

        “ພວກຂ້າພະເຈົ້າຢາກສົ່ງຄຳຂອບໃຈເຖິງຊາວຫວຽດນາມ ທຸກຄົນ ທີ່ພວມຢູ່ແນວໜ້າຕ້ານໂລກລະບາດ. ວຽກງານຂອງພວກເພື່ອນໄດ້ກອບກູ້ເອົາຊີວິດຂອງຫຼາຍໆຄົນ. ລັດຖະບານຫວຽດນາມ ໄດ້ຮັບມືກັບໂລກລະບາດໂຄວິດ-19 ໄດ້ດີທີ່ສຸດ ແລະ ພວມສືບຕໍ່ເປັນເຈົ້າການ, ຮ່ວມມື, ມີຄວາມໂປ່ງໃສ ໃນການຄວບຄຸມໂລກລະບາດ. ອາເມລິກາ ຍາມໃດກໍ່ສະໜັບສະໜູນຫວຽດນາມ ໃນວຽກງານນີ້”.

        ທ່ານເອກອັກຄະລັດຖະທູດກໍ່ໃຫ້ຮູ້ວ່າ, ພາລະກອນຄະນະທູຕານຸທູດອາເມລິກາ ປະຈຳຫວຽດນາມ ທຸກຖ້ວນໜ້າ, ໃນນັ້ນມີທ່ານທີ່ພວມເຮັດວຽກຢູ່ເຮືອນຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ຕາມຄຳກ່າວເຕືອນຂອງລັດຖະບານຫວຽດນາມ ກໍ່ຄືສູນຄວບຄຸມ ແລະ ສະກັດກັ້ນໂລກພະຍາດອາເມລິກາ (CDC) ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂຄວິດ-19 ຢູ່ຫວຽດນາມ ຢ່າງສຸດຂີດ.

ຕອບກັບ

ຂ່າວ/ບົດ​ອື່ນ