ເອ​ກະ​ສານ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37 ສ້າງ​ພື້ນ​ຖານ​ແກ່​ການ​ຮ່ວມ​ມື ແລະ ການ​ຟື້ນ​ຟູ​ເສດ​ຖະ​ກິດ

(VOVWORLD) -ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ ພ້ອມດ້ວຍຄະນະກຳມະການບັນດາອົງຜູ້ຕາງໜ້າ ປະຈຳ ອາຊຽນ (CPR) ພວມສຸມໃສ່ສ້າງ ເອກະສານທຸກສະບັບໃຫ້ສຳເລັດເພື່ອຍື່ນສະເໜີຮັບຮອງເອົາທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ເອ​ກະ​ສານ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37  ສ້າງ​ພື້ນ​ຖານ​ແກ່​ການ​ຮ່ວມ​ມື ແລະ ການ​ຟື້ນ​ຟູ​ເສດ​ຖະ​ກິດ - ảnh 1 ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ (ພາບ:  quocte.vn)

ຕາມທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ ແລ້ວ, ມີເອກະສານ 10 ສະບັບຕ້ອງສ້າງໃຫ້ສຳເລັດ, ໃນນັ້ນມີເອກະສານບຸລິມະສິດ 5 ສະບັບ ເປັນຕົ້ນແມ່ນ ຖະແຫຼງການສະເຫຼີມສະຫຼອງ 15 ປີ ແຫ່ງວັນຈັດກອງປະຊຸມສຸດຍອດ ອາຊີຕາເວັນອອກ; ຖະແຫຼງການຮ່ວມມືທາງທະເລແບບຍືນຍົງ; ຖະແຫຼງການກອງປະຊຸມສຸດຍອດ ອາຊຽນ + 3 ກ່ຽວກັບການເພີ່ມທະວີກຳລັງຄວາມສາມາດດ້ານການເງິນ ກໍຄື ເສດຖະກິດ ເພື່ອຮັບມືກັບບັນດາສິ່ງທ້າທາຍໃນປັດຈຸບັນ. ຖ້າຫາກວ່າ ບັນດາເອກະສານເຫຼົ່ານັ້ນ ໄດ້ຮັບການຮັບຮອງເອົາ ຈະປະກອບສ່ວນຢັ້ງຢືນວ່າ ອາຊຽນ ແມ່ນປະຊາຄົມສະໜິດຕິດພັນ ແລະ ເປັນເຈົ້າການຮັບມືຕໍ່ສະພາບການປັດຈຸບັນ ແລະ ອາຊຽນ ສືບຕໍ່ເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມືທັງໝົດໃນການຮັບມືກັບໂລກລະບາດໂຄວິດ - 19 ກໍຄື ມານະພະຍາຍາມຟື້ນຟູເສດຖະກິດ ແລະ ບັນດາການເຄື່ອນໄຫວສັງຄົມ. ນອກຈາກນັ້ນ, ຄະນະຜູ້ຕາງໜ້າ ກໍສົມທົບກັບ ຄະນະກຳມະການບັນດາຜູ້ຕາງໜ້າ ອາຊຽນ ສ້າງເອກະສານກ່ຽວກັບ ຖະແຫຼງການສ້າງຂອບເຂດແລວທາງສັນຈອນໄປມາ ລະຫວ່າງບັນດາປະເທດ ອາຊຽນ ໃຫ້ສຳເລັດ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງເວົ້າລວມ ແລະ ບັນດາວິສາຫະກິດເວົ້າສະເພາະ ສາມາດ ໄປ - ມາໄດ້ຢ່າງປອດໄພ ແຕ່ຍັງຄົງຮັບປະກັນໄດ້ບັນດາຫຼັກການສາທາລະນະສຸກ; ຟື້ນຟູບັນດາການເຄື່ອນໄຫວເສດຖະກິດ ແລະ ການເຊື່ອມຕໍ່ການແລກປ່ຽນຄ້າຂາຍຄືນໃໝ່ໂດຍໄວ, ຈາກນັ້ນ ສ້າງພື້ນຖານສຳຄັນໃຫ້ແກ່ການຟື້ນຟູເສດຖະກິດໃນພາກພື້ນ ອາຊຽນ ໃນຊຸມປີຈະມາເຖິງ.  

ຕອບກັບ

ຂ່າວ/ບົດ​ອື່ນ