ເອ​ກະ​ສານ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ ໄດ້​​ເປີດ​ຕົວເປັນ​ເທື່ອ​ທຳ​ອິດ

(VOVWORLD) -ນີ້ແມ່ນຄັ້ງທຳອິດທີ່ສູນຖະແຫຼງຂ່າວການທ່ອງທ່ຽວ (ກົມໃຫຍ່ທ່ອງທ່ຽວ) ໄດ້ເປີດຕົວເອກະສານກ່ຽວກັບການ “ຫັນເປັນດີຈີຕອນໃນຂະແໜງທ່ອງທ່ຽວ: ຫັນປ່ຽນຈິນຕະນາການ ແລະ ເອກະພາບການກະທຳ”.

ແຫຼ່ງຂ່າວຈາກກົມໃຫຍ່ທ່ອງທ່ຽວ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ), ວັນທີ 10 ສິງຫາ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທຳອິດທີ່ສູນຖະແຫຼງຂ່າວການທ່ອງທ່ຽວ (ກົມໃຫຍ່ທ່ອງທ່ຽວ) ໄດ້ເປີດຕົວເອກະສານກ່ຽວກັບການ “ຫັນເປັນດີຈີຕອນໃນຂະແໜງທ່ອງທ່ຽວ: ຫັນປ່ຽນຈິນຕະນາການ ແລະ ເອກະພາບການກະທຳ”. ເອກະສານດັ່ງກ່າວ ໄດ້ປະກອບສ່ວນຕອບສະໜອງຂໍ້ມູນໂດຍສັງເຂບກ່ຽວກັບສະພາບການ, ມາດຕະການສັງລວມ, ຂັ້ນຕອນປະຕິບັດ ເພື່ອໃຫ້ທຸກຝ່າຍທີ່ກ່ຽວຂ້ອງມີການກຳນົດທິດຜັນຂະຫຍາຍການຫັນເປັນດີຈີຕອນໄດ້ຢ່າງງ່າຍດາຍ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ; ປະກອບສ່ວນສ້າງຄວາມຄົບຊຸດ ແລະ ຄວາມເປັນເອກະພາບໃນການຫັນເປັນດີຈີຕອນໃນທົ່ວຂະແໜງການທ່ອງທ່ຽວ. ເນື້ອໃນຫຼັກຂອງເອກະສານ ແມ່ນໄດ້ແນະນຳການຫັນເປັນດີຈີຕອນ ແມ່ນ ລະບົບນິເວດຫັນຂະແໜງທ່ອງທ່ຽວເປັນດີຈີຕອນ, ແນະນຳກ່ຽວກັບຊັອບແວ, ໂປຼແກຼມສຳລັບແຂກທ່ອງທ່ຽວ, ຮາກຖານດຳເນີນທຸລະກິດ, ຜູ້ນຳທ່ຽວ, ອົງການຄຸ້ມຄອງການທ່ອງທ່ຽວ. ໃນນັ້ນ, ບັດທ່ອງທ່ຽວອັດສະລິຍະ, ແອັບຟຼີເຄຊັນ “ທ່ອງທ່ຽວ ຫວຽດນາມ - Vietnam Travel”, ແອັບຟຼີເຄຊັນ “ລະບົບຄຸ້ມຄອງ ແລະ ດຳເນີນທຸລະກິດການທ່ອງທ່ຽວ”…. ໄດ້ຮັບຖືວ່າ ແມ່ນຜະລິດຕະພັນຫຼັກແຫຼ່ງແກ່ນສານໜູນຊ່ວຍແຂກທ່ອງທ່ຽວ, ລະບົບສະໜອງການບໍລິການທ່ອງທ່ຽວ, ຜູ້ນຳທ່ຽວ, ອົງການຄຸ້ມຄອງແຫ່ງລັດກ່ຽວກັບການທ່ອງທ່ຽວຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ