ເອກະສານສຸດທ້າຍຂອງ Rio+20 ໄດ້ຍົກສູງບົດບາດດ້ານການຄ້າ

ເອກະສານສຸດທ້າຍຂອງ Rio+20 ໄດ້ຍົກສູງບົດບາດດ້ານການຄ້າ - ảnh 1ເອກະສານສຸດທ້າຍຂອງ Rio+20 ໄດ້ຍົກສູງບົດບາດດ້ານການຄ້າ - ảnh 2
ພາບປະກອບ

( vovworld ) –  ວັນ​ທີ 21/6/2012, ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ (Rio+20) ຢູ່​ນະຄອນ Rio de Janeiro ປະ​ເທດ Brazil, ກອງ​ປະຊຸມ​ ສປຊ ກ່ຽວ​ກັບດ້ານ​ການ​ຄ້າ ​ແລະ ການ​ພັດທະນາ ​ແລະ ກົມ​ເສດຖະກິດ​ສັງຄົມ​ຂອງ ສປຊ ຢືນຢັນ​ວ່າ: ​ໃນ​ເອກະສານ​ການ​ເມືອງສະບັບ​ສຸດ​ທ້າຍ “​ເພື່ອ​ອະນາຄົດ​ທີ່​ພວກ​ເຮົາ​ປາດ​ຖະໜາ“ ຂອງກອງ​ປະຊຸມ Rio+20, ການ​ຄ້າ​ໄດ້​ຮັບ​ການ​ຖືເປັນ​ສຳຄັນ. ທ່ານ Sha Zukang ຮອງ​ເລຂາທິການ​ໃຫ່ຍ ສປຊ ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ​ສັງຄົມ, ທັງ​ແມ່ນ​ເລຂາທິການ​ໃຫ່ຍກອງ​ປະຊຸມ ​Rio+20 ໄດ້​ເນັ້ນໜັກ​ວ່າ: ​ເອກະສານ​ສຸດ​ທ້າຍ​ຂອງ ​Rio+20 ໄດ້ຮັບ​ຮູ້​ບົດບາດ​ຈຳ​ເປັນ​ຂອງ​ການ​ຄ້າ​ໃນການ​ພັດທະນາ​ແບບ​ຍືນ​ຍົງ. ​Rio+20 ໄດ້​ເປີດ​ກາລະ​ໂອກາດ​ເພື່ອ​ໃຫ້​ປະຊາ​ຄົມ​ໂລກ​ຊຸກຍູ້​ວິວັດ​ການ​ຫັນປ່ຽນ​ຈາກ​ພື້ນຖານ​ເສ​ດະ​ກິດ​ປະຈຸ​ບັນ ​ໄປ​ເປັນ​ພື້ນຖານ​ເສດຖະກິດ​ຂຽວ. ການ​ຄ້າ​ແມ່ນ​ບັນຫາ​ຂອງ​ການ​ພັດທະນາ ​ແລະ ສິ່ງ​ສຳຄັນ​ສຳລັບ​ໂລກ ພາຍຫຼັງ ​Rio+20 ແມ່ນ​ເຮັດ​ໃຫ້​ບັນດາ​ເອກະສານ​ເຫຼົ່ານັ້ນປະກົດ​ຜົນ​ເປັນ​ຈິງ. ດ້ວຍ​ເລື່ອງ​ເອກະສານ​ສະບັບ​ສຸດ​ທ້າຍ​ຂອງ Rio+20 ທີ່​ໄດ້ຍົກ​ສູງ​ບົດບາດ​ຂອງ​ການ​ຄ້າ, ສິ່ງ​ສຳຄັນ​ແມ່ນ ​ໂດຍ​ຜ່ານ​ນັ້ນ, ​ໂລກ​ມີ​ສະຕິ​ຮັບ​ຮູ້​ດີ​ກ່ວາ ​ເພື່ອ​ຊ່ວຍ​ໃຫ້​ປະ​ເທດ​ຕ່າງໆ ກ້າ​ວເຂົ້າສູ່​ພື້ນຖານ​ເສດຖະກິດ​ຂຽວ.

 

 

ຂ່າວ/ບົດ​ອື່ນ