ເອ​ຢິບ, ຈໍ​ແດນ ແລະ ປາ​ແລັດ​ສະ​ຕິນ​ຮຽກ​ຮ້ອງ​ຟື້ນ​ຟູ​ ​ວິ​ວັດ​ການ​ສັນ​ຕິ​ພາບ ອິດ​ສະ​ລາ​ແອັນ - ປາ​ແລັດ​ສະ​ຕິນ

(VOVWORLD) -ເຈົ້າໜ້າທີ່ການຕ່າງປະເທດ 3 ທ່ານຂອງ ເອຢິບ, ຈໍແດນ ແລະ ປາແລັດສະຕິນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເລີ່ມເຄື່ອນໄຫວ ການເຈລະຈາຢ່າງເຂັ້ມງວມ ລະຫວ່າງ ປາແລັດສະຕິນ ແລະ ອິດສະລາແອັນ,
ເອ​ຢິບ, ຈໍ​ແດນ ແລະ ປາ​ແລັດ​ສະ​ຕິນ​ຮຽກ​ຮ້ອງ​ຟື້ນ​ຟູ​ ​ວິ​ວັດ​ການ​ສັນ​ຕິ​ພາບ ອິດ​ສະ​ລາ​ແອັນ - ປາ​ແລັດ​ສະ​ຕິນ - ảnh 1ການປະທະນກັນລະຫວ່າງ ຊາວອິດສະລາແອັນ ແລະ ປາແລັດສະຕິນ (ພາບ: AFP/TTXVN)

ວັນທີ 9 ມີນາ, ຢູ່ນອກກອງປະຊຸມປະຈຳປີຂັ້ນລັດຖະມົນຕີຄັ້ງທີ 157 ຂອງສະພາສະຫະພັນອາຣັບ ຢູ່ ກາຍໂຣ, ປະເທດ ເອຢິບ ທ່ານ Sameh Shoukry ລັດຖະມົນຕີກະຊວງການຕ່າງປະເທດ ເອີຢິບ ໄດ້ມີການພົບປະກັບຄູ່ຕຳແໜ່ງ ສອງທ່ານ ຂອງຈໍແດນ ແລະ ປາແລັດສະຕິນ, ໃນຄວາມມານະພະຍາຍາມຟື້ນຟູວິວັດການເຈລະຈາສັນຕິພາບ ແລະ ແກ້ໄຂການປະທະກັນລະຫວ່າງ ປາແລັດສະຕິນ ແລະ ອິດສະລາແອັນ.

ເຈົ້າໜ້າທີ່ການຕ່າງປະເທດ 3 ທ່ານຂອງ ເອຢິບ, ຈໍແດນ ແລະ ປາແລັດສະຕິນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເລີ່ມເຄື່ອນໄຫວ ການເຈລະຈາຢ່າງເຂັ້ມງວມ ລະຫວ່າງ ປາແລັດສະຕິນ ແລະ ອິດສະລາແອັນ, ໃນຄວາມມານະພະຍາຍາມບັນລຸໄດ້ພື້ນຖານສັນຕິພາບຢ່າງຮອບດ້ານ, ມີຄວາມສະເໝີພາບ ແລະ ຍາວນານ, ກໍ່ຄືມຸ່ງໄປເຖິງການສ້າງລັດປາແລັດສະຕິນແຫ່ງເອກະລາດ ໂດຍອີງໃສ່ເສັ້ນຊາຍແດນປີ 1967 ດ້ວຍ Jerusalem ຕາເວັນອອກ ແມ່ນນະຄອນຫຼວງ.

ທ່ານລັດຖະມົນຕີການຕ່າງປະເທດ Shoukry ແລະ ຜູ້ຕຳແໜ່ງສອງທ່ານຂອງ ຈໍແດນ ແລະ ປາແລັດສະຕິນ ກໍ່ສະແດງຄວາມປາດຖະໜາກຢາກໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຕັ້ງໜ້າເຂົ້າຮ່ວມວິວັດການສັນຕິພາບ ແລະ ຄວາມມານະພະຍາຍາມແກ້ໄຂທຸກບັນຫາ ເຊິ່ງເຮັດໃຫ້ກາລະໂອກາດບັນລຸວິທີການແກ້ໄຂສອງປະເທດ ແລະ ສ້າງສັນຕິພາບໃນພາກພື້ນຫຼຸດໜ້ອຍຖອຍລົງ.

ຕອບກັບ

ຂ່າວ/ບົດ​ອື່ນ