ເອີ​ຣົບ ຜັນ​ຂະ​ຫຍາຍ​ຫຼາຍ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຮອບ​ໃໝ່ຂອງ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທຸກປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ລ້ວນແຕ່ເຫັນປະຈັກຕາຈຳນວນຜູ້ຕິດເຊື້ອໂຄວິດ - 19 ພວມເພີ່ມຂຶ້ນ.  ອາທິດແລ້ວນີ້, ຈຳນວນຜູ້ຕິດເຊື້ອຢູ່ທົ່ວທະວີບນີ້ໄດ້ເພີ່ມຂຶ້ນ 14%, ເພາະສະນັ້ນ, ທຸກປະເທດ ພວມຜັນຂະຫຍາຍຫຼາຍມາດຕະການໃໝ່ ແນໃສ່ສະກັດກັ້ນການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19 ຢູ່ທະວີບນີ້.

        ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 17 ພະຈິກ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 255 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 5,1 ລ້ານຄົນ.

        ຈຳນວນຜູ້ຕິດເຊື້ອໃໝ່ໃນ 24 ຊົ່ວໂມງຜ່ານມາ ແມ່ນເກືອບ 446.000 ຄົນ ແລະ ມີຜູ້ເສຍຊີວິດກວ່າ 6.300 ຄົນ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ອາເມລິກາ ແມ່ນປະເທດມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຫຼາຍທີ່ສຸດໃນໂລກ, ເຢຍລະມັນ ຢືນອັນດັບທີ 2; ຖັດມາແມ່ນ ອັງກິດ. ກ່ຽວກັບຈຳນວນຜູ້ເສຍຊີວິດໃນ 24 ຊົ່ວໂມງຜ່ານມາ, ລັດເຊຍ ສືບຕໍ່ຢືນອັນດັບໜຶ່ງໃນໂລກ, ຖັດຈາກນັ້ນແມ່ນ ອາເມລິກາ ແລະ ຢູແກຼນ.

ເອີ​ຣົບ ຜັນ​ຂະ​ຫຍາຍ​ຫຼາຍ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຮອບ​ໃໝ່ຂອງ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ແຂກທ່ອງທ່ຽວລໍຖ້າກວດໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ກ່ອນເຂົ້າຢ້ຽມຊົມຫໍພິພິທະພັນຢູ່ Berlin, ເຢຍລະມັນ (ພາບ: THX/TTXVN)
 ປັດຈຸບັນ, ທຸກປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ລ້ວນແຕ່ເຫັນປະຈັກຕາຈຳນວນຜູ້ຕິດເຊື້ອໂຄວິດ - 19 ພວມເພີ່ມຂຶ້ນ.  ອາທິດແລ້ວນີ້, ຈຳນວນຜູ້ຕິດເຊື້ອຢູ່ທົ່ວທະວີບນີ້ໄດ້ເພີ່ມຂຶ້ນ 14%, ເພາະສະນັ້ນ, ທຸກປະເທດ ພວມຜັນຂະຫຍາຍຫຼາຍມາດຕະການໃໝ່ ແນໃສ່ສະກັດກັ້ນການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19 ຢູ່ທະວີບນີ້.

        ຢູ່ ໂອຕາລິດ, ອຳນາດການປົກຄອງໄດ້ປະຕິບັດການຈຳກັດບໍລິເວນສຳລັບຜູ້ໃດທີ່ຍັງບໍ່ທັນໄດ້ສັກວັກຊິນກັນພະຍາດໂຄວິດ - 19 ນັບແຕ່ວັນທີ 15 ພະຈິກ.

        ຢູ່ ເລັດເວຍ, ຜູ້ໃດທີ່ຍັງບໍ່ທັນໄດ້ສັກວັກຊິນ ຈະບໍ່ໄດ້ເຂົ້າຮ່ວມການໂຕ້ວາທີ, ປ່ອນບັດ ຫຼື ຍິ່ງໄປກວ່ານັ້ນແມ່ນບໍ່ໄດ້ຮັບເງິນເດືອນ.

        ສ່ວນຢູ່ ເຢຍລະມັນ, ລັດຖະບານປະເທດນີ້ໄດ້ສ້າງຮ່າງກົດໝາຍ ເພື່ອກະກຽມແກ່ການໝູນໃຊ້ຮູບການເຮັດວຽກທາງໄກ.

ຕອບກັບ

ຂ່າວ/ບົດ​ອື່ນ