ເອີຣົບ ຢັ້ງຢືນຄຳໝັ້ນສັນຍາຄືນໃໝ່ສຳລັບຂໍ້ຕົກລົງນິວເຄຼຍ ອີຣານ

(VOVWORLD) - ວັນທີ 12 ທັນວາ, ບັນດາປະເທດສະມາຊິກສະຫະພາບ ເອີຣົບ (ອີຢູ) ນອນໃນສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສະໜັບສະໜູນຂໍ້ຕົກລົງນິວເຄຼຍ ອີຣານ ທີ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ ປະເທດ ອາເມລິກາ. 

ກຸ່ມນີ້ ໄດ້ອອກແຈ້ງການ ເນັ້ນໜັກຄຳໝັ້ນສັນຍາວ່າ ຈະສືບຕໍ່ສະໜັບສະໜູນການປະຕິບັດແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ແລະ ມະຕິເລກທີ 2231 ຂອງສະຫະປະຊາຊາດຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ແຈ້ງການມີຕອນຂຽນແຈ້ງວ່າ ບັນດາປະເທດຮັບຮູ້ວ່າ ອີຣານ ສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາທີ່ກ່ຽວຂ້ອງເຖິງນິວເຄຼຍ. JCPOA ໄດ້ຈຳກັດໂຄງການນິວເຄຼຍຂອງ ອີຣານ ພໍສົມຄວນ ແລະ ຮັບປະກັນປະເທດນີ້ ບໍ່ພັດທະນາອາວຸດນິວເຄຼຍ. ນີ້ແມ່ນບັນຫາສຳຄັນຕໍ່ຄວາມໝັ້ນຄົງຂອງ ເອີຣົບ. ແຈ້ງການຂ່າວເນັ້ນໜັກວ່າ: ຍາມໃດ ອີຣານ ກໍ່ຍັງຄົງສືບຕໍ່ປະຕິບັດຄຳໝັ້ນສັນຍາຂອງຕົນຢ່າງຄົບຖ້ວນນັ້ນ ອີຢູ ກໍ່ຈະສືບຕໍ່ປະຕິບັດຂໍ້ຕົກລົງນີ້ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ