ເອີ​ຣົບ ຢັ້ງ​ຢືນລະ​ດັບ​ອຸນ​ຫະ​ພູມ​ສູງ​ຜິດ​ປົກ​ກະ​ຕິ​ໃນ​ລະ​ດູບ​ໃບ​ໄມ້ຫຼົ່ນ

(VOVWORLD) -  ຢູ່ຫຼາຍປະເທດເອີຣົບ ຫາກໍຜ່ານຜ່າຊ່ວງເວລາເດືອນກັນຍາ ດ້ວຍອາກາດຮ້ອນເອົ້າທີ່ສຸດໃນປະຫວັດສາດ ແລະ ສືບຕໍ່ກ້າວເຂົ້າລະດູໃບໄມ້ຫຼົ່ນ ດ້ວຍລະດັບອຸນຫະພຸມສູງແບບຜິດປົກກະຕິ.
ເອີ​ຣົບ ຢັ້ງ​ຢືນລະ​ດັບ​ອຸນ​ຫະ​ພູມ​ສູງ​ຜິດ​ປົກ​ກະ​ຕິ​ໃນ​ລະ​ດູບ​ໃບ​ໄມ້ຫຼົ່ນ - ảnh 1ສວນສາທາລະນະ Green ຢູ່ London ອັງກິດ ກາຍເປັນສະຖານທີ່ລະຫຼີ້ນຂອງຫຼາຍຄົນໃນຊຸມວັນແດດຮ້ອນສູງ (ພາບ: AFP/TTXVN)

ວັນທີ 1 ຕຸລາ, ເຊິ່ງເປັນມື້ທຳອິດຂອງເດືອນ ຕຸລາ ແຕ່ ປະເທດ ຝລັ່ງ ໄດ້ສຳຜັດກັບລະດັບອຸນຫະພູມສູງແບບບໍ່ເຄີຍມີມາກ່ອນ, ເຊິ່ງຢູ່ນະຄອນຫຼວງ ປາຣີ ແມ່ນເກືອບ 30 ອົງສາ C. ຕາມອົງການອຸຕຸນິຍົມແຫ່ງຊາດ ຝລັ່ງ ແລ້ວ, ຄວາມຮ້ອນສູງສຸດໃນອາທິດນີ້ ແມ່ນວັນທີ 2 ຕຸລາ, ເມື່ອ ¾ ດິນແດນ ຝລັ່ງ ມີລະດັບອຸນຫະພູມສູງກວ່າ 30 ອົງສາ C ແລະ ບາງທ້ອງຖິ່ນຢູ່ເຂດຕາເວັນຕົກພາກໃຕ້ ອາດຈະມີຄວາມຮ້ອນຂຶ້ນເຖິງ 35 – 36 ອົງສາ C.

        ເຖິງຢ່າງໃດກໍຕາມ, ສະພາບການແດດຮ້ອນແບບຜິດປົກກະຕິໃນລະດູໃບໄມ້ຫຼົ້ນ ບໍ່ພຽງແຕ່ເກີດຂຶ້ນຢູ່ ຝລັ່ງ ເທົ່ານັ້ນ. ຢູ່ ແອັດສະປາຍ, ອຸນຫະພູມໃນຊຸມວັນຜ່ານມາ ກໍພວມສູງກວ່າ ແຕ່ 6 – 10 ອົງສາ C ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີກາຍ. ນະຄອນຫຼວງ Madrid ຢັ້ງຢືນວ່າ ມີອຸນຫະພູມແຕ່ 32 – 34 ອົງສາ C ໃນຂະນະນັ້ນ ບາງທ້ອງຖິ່ນຢູ່ພາກໃຕ້ ແອດສະປາຍ ມີລະດັບອຸນຫະພູມຂຶ້ນເຖິງ 37 ອົງສາ C.

ຕອບກັບ

ຂ່າວ/ບົດ​ອື່ນ