ເອີຣົບ ​ເລີ່​ມດໍາ​ເນີນ​ຂະ​ບວນວິວັດ​​ແກ້​ໄຂການ​ຂັດ​ແຍ້​ງ​ໃນ​ຂໍ້​ຕົກລົງ​ນິວ​ເຄຼຍ ອີຣານ

(VOVWORLD) - ວັນທີ 14 ມັງກອນ, 3 ປະເທດ ເອີຣົບ ເຊິ່ງລວມມີ ອັງກິດ, ຝລັ່ງ ແລະ ເຢຍລະມັນ ໄດ້ຖະແຫຼງ ຜັນຂະຫຍາຍກົນໄກແກ້ໄຂການຂັດແຍ້ງຕາມຂໍ້ຕົກລົງນິວເຄຼຍອີຣານ ທີ່ໄດ້ລົງນາມເມື່ອປີ 2015 ລະຫວ່າງກຸ່ມ P5+1 (ເຊິ່ງລວມມີ ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ແລະ ອີຣານ ພາຍຫຼັງທີ່ ເຕເຮຣານ ສືບຕໍ່ລະເມີດຂໍ້ຕົກລົງ. 

       3 ປະເທດດັ່ງກ່າວ ຢັ້ງຢືນວ່າ ຍັງຄົງສືບຕໍ່ປະຕິບັດຕາມບັນດາຄໍາໝັ້ນສັນຍາຂອງຂໍ້ຕົກລົງ, ພ້ອມທັງສະແດງໃຫ້ເຫັນຄວາມຕັດສິນໃຈ ເຮັດວຽກກັບທຸກຝ່າຍທີ່ມີສ່ວນກ່ຽວຂ້ອງທີ່ຍັງເຫຼືອ ເພື່ອປົກປ້ອງຂໍ້ຕົກລົງດັ່ງກ່າວ. 3 ປະເທດດັ່ງກ່າວ ກໍຫວັງວ່າ ຈະນໍາອີຣານ ກັບຄືນສູ່ການປະຕິບັດບັນດາຄໍາໝັ້ນສັນຍາໃນ ແຜນການດໍາເນີນງານຮ່ວມຮອບດ້ານ JCPOA ຢ່າງຄົບຖ້ວນ. ອັງກິດ, ຝລັ່ງ ແລະ ເຢຍລະມັນ ຈະບໍ່ເຂົ້າຮ່ວມບັ້ນຮົບເພີ່ມທະວີກໍາລັງດັນຕໍ່ ອີຣານ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump.

        ພາຍຫຼັງຖະແຫຼງການດັ່ງກ່າວຂອງ ອັງກິດ, ຝລັ່ງ ແລະ ເຢຍລະມັນ, ໃນວັນດຽວກັນ, ອີຣານ ໄດ້ອອກຄໍາກ່າວເຕືອນກ່ຽວກັບຜົນຮ້າຍຢ້ອນຫຼັງຂອງການຕົກລົງຜັນຂະຫຍາຍກົນໄກແກ້ໄຂການຂັດແຍ້ງ ເພື່ອແນໃສ່ເຕເຮຣານຕາມຂໍ້ຕົກລົງ ທີ່ໄດ້ລົງນາມເມື່ອປີ 2015; ພ້ອມທັງປະຕິເສດຕົກລົງດັ່ງກ່າວ ແລະ ເອີ້ນວ່າ ນີ້ແມ່ນການກະທໍາທີ່ ຫຍໍ້ທໍ້.


ຕອບກັບ

ຂ່າວ/ບົດ​ອື່ນ