ເອ​ີ​ລົບ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ນະ​ໂຍ​ບາຍ​ອົບ​ພະ​ຍົບ ແລະ ລີ້​ໄພ

(VOVWORLD) - ຝ່າຍ ເຢຍລະມັນ ໄດ້ຍອມຮັບໃຫ້ລັດຖະບານ ອີຕາລີ ນຳໃຊ້ບັນດາມາດຕະການສຸກເສີນ ເພື່ອຮັບມືກັບຊາວອົບພະຍົບ ທີ່ໄດ້ຮັບການກູ້ໄພກູ້ຊີບຈາກບັນດາອົງການບໍ່ຂຶ້ນກັບລັດຖະບານ.
ເອ​ີ​ລົບ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ນະ​ໂຍ​ບາຍ​ອົບ​ພະ​ຍົບ ແລະ ລີ້​ໄພ - ảnh 1ຄະນະກຳມະການປະຊາຊົນເອີຣົບ ຫວັງວ່າ ສົນທິສັນຍາກ່ຽວກັບຊາວອົບພະຍົບ ແລະ ລີ້ໄພ ຈະໄດ້ຮັບການຮັບຮອງເອົາກ່ອນເວລາດຳເນີນການເລືອກຕັ້ງ ເອີຣົບ (ພາບ:  France 24)

ພາຍຫຼັງໂຕ້ຕອບກັນຢ່າງເຄັ່ງຕຶງມາເປັນເວລາ 3 ປີ, ວັນທີ 4 ຕຸລາ, ບັນດາປະເທດສະມາຊິກ ສະຫະພາບເອີຣົບ (EU) ກໍບັນລຸໄດ້ຄວາມເປັນເອກະພາບຕໍ່ຂໍ້ຕົກລົງສະບັບໃໝ່ເພື່ອແກ້ໄຂບັນຫາອົບພະຍົບ ແລະ ລີ້ໄພ.

        ຂໍ້ມູນຂ່າວກ່ຽວກັບຂໍ້ຕົກລົງໃໝ່ໂດຍລັດຖະບານ ແອັດສະປາຍ - ປະເທດປະທານໝູນວຽນ ສະພາເອີຣົບ ໄດ້ປະກາດໃນສື່ສັງຄົມອອນໄລ X (ເຊິ່ງກ່ອນນີ້ແມ່ນ Twitter) ພາຍຫຼັງກອງປະຊຸມຂອງບັນດາປະເທດ EU ທີ່ຈັດຂຶ້ນໃນວັນທີ 4 ຕຸລາ. ຕາມບັນດາແຫຼ່ງຂ່າວການທູດຢູ່ ເອີຣົບ ແລ້ວ, ຂໍ້ຕົກລົງສະບັບໃໝ່ບັນລຸໄດ້ພາຍຫຼັງທີ່ສອງປະເທດ ເຢຍລະມັນ ແລະ ອີຕາລີ ຕົກລົງເຫັນດີປະນິປະນອມໃຫ້ກັນ. ຝ່າຍ ເຢຍລະມັນ ໄດ້ຍອມຮັບໃຫ້ລັດຖະບານ ອີຕາລີ ນຳໃຊ້ບັນດາມາດຕະການສຸກເສີນ ເພື່ອຮັບມືກັບຊາວອົບພະຍົບ ທີ່ໄດ້ຮັບການກູ້ໄພກູ້ຊີບຈາກບັນດາອົງການບໍ່ຂຶ້ນກັບລັດຖະບານ. ແທນທີ່ນັ້ນ, ຝ່າຍ ອີຕາລີ ກໍຍອມຮັບຄວາມຮຽກຮ້ອງຂອງ ເຢຍລະມັນ ກ່ຽວກັບການທີ່ຕ້ອງຮັກສາບັນດາມາດຕະຖານມະນຸດສະທຳພື້ນຖານຢູ່ສູນຮັບຊາວອົບພະຍົບຕ່າງໆ.


ຕອບກັບ

ຂ່າວ/ບົດ​ອື່ນ