ເອີລົບ ເຫັນດີ 4 ມາດຕະການດ່ວນເພື່ອຫລຸດຜ່ອນລາຄາພະລັງງານ

(VOVWORLD) -ປະຈຸບັນ ບັນດາປະເທດເອີລົບ ພວມລໍຖ້າ ຂໍ້ສະເຫນີຈາກ ຄະນະກຳມະການ ເອີລົບ (EC) ໃນຊຸມມື້ຈະມາເຖິງ ດ້ວຍຄວາມຫວັງ ຈະຮັບຮອງເອົາໃນທ້າຍເດືອນນີ້.
ເອີລົບ ເຫັນດີ 4 ມາດຕະການດ່ວນເພື່ອຫລຸດຜ່ອນລາຄາພະລັງງານ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີພະລັງງານ ອີຢູ ຢູ່ ບຣຸກແຊນ ປະເທດ ແບນຊິກ. ພາບ: AFP/TTXVN

ທີ່ກອງປະຊຸມວິສາມັນໃນວັນທີ 9 ກັນຍາ ຢູ່ ບຣຸກແຊນ ນະຄອນຫລວງ ແບນຊິກ, ກະຊວງ ພະລັງງານ 27 ປະເທດສະມາຊິກ ສະຫະພາບເອີລົບ (ອີຢູ) ເຫັນດີຕໍ່ 4 ມາດຕະການດ່ວນ ເພື່ອຫລຸດລາຄາພະລັງງານທີ່ພວມເພີ່ມຂຶ້ນສູງ. ປະຈຸບັນ ບັນດາປະເທດເອີລົບ ພວມລໍຖ້າ ຂໍ້ສະເຫນີຈາກ ຄະນະກຳມະການ ເອີລົບ (EC) ໃນຊຸມມື້ຈະມາເຖິງ ດ້ວຍຄວາມຫວັງ ຈະຮັບຮອງເອົາໃນທ້າຍເດືອນນີ້.

ຕາມແຈ້ງການ, ມາດຕະການທຳອິດ ແມ່ນເລື່ອງ 27 ປະເທດ ອີຢູ ເຫັນດີ ຕໍ່ລະດັບກຳນົດລວມສຳລັບລາຄາອາຍແກັສ ນຳເຂົ້າ ເອີລົບ ເຖິງວ່າ ຈາກລັດເຊຍ ຫລື ປະເທດອື່ນ. ມາດຕະການທີສອງ ແມ່ນກຳນົດລາຍຮັບຂອງບັນດາບໍລິສັດຜະລິດໄຟຟ້າ. ມາດຕະການທີສາມ ແມ່ນການແຊກແຊງ “ໂດຍຊົ່ວຄາວ ແລະ ຮີບດ່ວນ” ເຂົ້າຕະຫລາດອາຍແກັສ ດ້ວຍ “ລາຄາເພດານ” ໂດຍ ແບນຊິກ ແລະ ອີຕາລີ ພ້ອມກັບປະເທດອື່ນສະເຫນີ. ສຸດທ້າຍ ບັນດາທ່ານລັດຖະມົນຕີ ສະເຫນີ EC ລາຍງານບັນດາມາດຕະການເພື່ອປະສານງານເລື່ອງຫລຸດຜ່ອນຄວາມຕ້ອງການໄຟຟ້າໃນທົ່ວ ອີຢູ ແລະ ເພື່ອຊ່ວຍແກ້ໄຂບັນດາບັນຫາຄວາມສາມາດຊຳລະຢູ່ຕະຫລາດພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ