ເອີ​ລົບ​ປິດ​ດ່ານ​ຊາຍ​ແດນກັບ​ອັງ​ກິດ​ເມື່ອ ອັງ​ກິດ​ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້​ເຊື້ອ​ໄວ​ຣັດ SARS – CoV – 2 ສາຍ​ພັນ​ໃໝ່​

(VOVWORLD) -ປະຕິກິລິຍາຮີບດ່ວນຂອງ ບັນດາປະເທດເອີລົບ ໄດ້ຍົກອອກມາພາຍຫຼັງ ທີ່ທ່ານນາຍົກລັດຖະມົນຕີ ອັງກິດ ໄດ້ອອກຄຳສັ່ງຈຳກັດບໍລິເວນນະຄອນຫຼວງ ລອນດອນ ແລະ ເຂດຕາເວັນອອກສ່ຽງໃຕ້ປະເທດນີ້ເມື່ອຕອນຄ່ຳວັນທີ 19 ທັນວາ
ເອີ​ລົບ​ປິດ​ດ່ານ​ຊາຍ​ແດນກັບ​ອັງ​ກິດ​ເມື່ອ ອັງ​ກິດ​ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້​ເຊື້ອ​ໄວ​ຣັດ SARS – CoV – 2 ສາຍ​ພັນ​ໃໝ່​ - ảnh 1ພາບປະກອບ 

ວັນທີ 20 ທັນວາ, ມີຫຼາຍປະເທດເອີລົບ ພ້ອມກັບບາງປະເທດ ອາຊີ ໄດ້ອອກຄຳສັ່ງຫ້າມບັນດາຖ້ຽວບິນ, ຖ້ຽວລົດໄຟ ມາຈາກອັງກິດພາຍຫຼັງໄດ້ຮັບຂ່າວວ່າ ອັງກິດ ບໍ່ສາມາດຄວບຄຸມໄດ້ເຊື້ອໄວຣັດ SARS – CoV – 2 ສາຍພັນໃໝ່. ປະຕິກິລິຍາຮີບດ່ວນຂອງ ບັນດາປະເທດເອີລົບ ໄດ້ຍົກອອກມາພາຍຫຼັງ ທີ່ທ່ານນາຍົກລັດຖະມົນຕີ ອັງກິດ ໄດ້ອອກຄຳສັ່ງຈຳກັດບໍລິເວນນະຄອນຫຼວງ ລອນດອນ ແລະ ເຂດຕາເວັນອອກສ່ຽງໃຕ້ປະເທດນີ້ເມື່ອຕອນຄ່ຳວັນທີ 19 ທັນວາ ຍ້ອນມີຄວາມວິຕົກກັງວົນ ກ່ຽວກັບການແຜ່ລາມຢ່າງຮ້າຍແຮງຂອງໂລກລະບາດໂຄວິດ - 19 ທີ່ກ່ຽວຂ້ອງເຖິງເຊື້ອໄວຣັດ SARS – CoV – 2 ສາຍພັນໃໝ່ ເຊິ່ງມີຄວາມອາດສາມາດຕິດເຊື້ອສູງກ່ວາເຖິງ 70% ເມື່ອທຽບໃສ່ກັບເຊື້ອໄວຣັດສາຍພັນເກົ່າ.

ລັດຖະບານໂຮນຫຼັງໄດ້ອອກຂໍ້ຕົກລົງ ຫ້າມທຸກໆຖ້ຽວບິນມາຈາກອັງກິດ ນັບແຕ່ເວລາ 6 ໂມງຂອງວັນທີ 20 ທັນວາ, ຈົນຮອດວັນທີ 1 ມັງກອນ ປີ 2021. ແບນຊິກໄດ້ປະກາດຢຸດຕິການເຄື່ອນໄຫວຂອງເສັ້ນທາງລົດໄຟຜ່ານທະເລ Eurostar ແລະ ຫ້າມທຸກໆຖ້ຽວບິນ ແລະ ເຮືອທີ່ມາຈາກອັງກິດໂດຍຊົ່ວຄາວ, ນັບແຕ່ຕອນກາງຄືນວັນທີ 20 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ