ເອີ​ລົບ​ສະ​ແດງ​ຄວາມ​ຫວັງ​ກ່ຽວ​ກັບ​ການ​ພົວ​ພັນ​ອັນ​ດີ​ງາມ​ກັບ ອຳ​ນາດ​ການ​ປົກ​ຄອງອາ​ເມ​ລິ​ກາ​ໃນ​ອະ​ນາ​ຄົດ

(VOVWORLD) - ກ່ອນດຳເນີນພິທີສາບານຕົວເຂົ້າດຳລົງຕຳແໜ່ງ ຂອງທ່ານ Joe Biden ຜູ້ຍາດໄດ້ໄຊຊະນະໃນການເລືອກຕັ້ງ ປະທານາທິບໍດີ ອາເມລິກາ, ວົງການເຈົ້າໜ້າທີ່ເອີລົບໄດ້ສະແດງຄວາມຫວັງກ່ຽວກັບການພົວພັນອັນດີງາມກັບອຳນາດການປົກຄອງໃນອະນາຄົດຢູ່ວໍຊິງຕັນ.
ເອີ​ລົບ​ສະ​ແດງ​ຄວາມ​ຫວັງ​ກ່ຽວ​ກັບ​ການ​ພົວ​ພັນ​ອັນ​ດີ​ງາມ​ກັບ ອຳ​ນາດ​ການ​ປົກ​ຄອງອາ​ເມ​ລິ​ກາ​ໃນ​ອະ​ນາ​ຄົດ - ảnh 1ພາບປະກອບ: EEAS

ວັນທີ 20 ມັງກອນ, ທ່ານນາງ Ursula von der Leyen ປະທານຄະນະກຳມະການປະເອີລົບ ໄດ້ຍ້ອງຍໍຊົມເຊີຍຕໍ່ ເລື່ອງທ່ານ Joe Biden ເຂົ້າດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ ຄືດັ່ງນຳເອົາ “ອະນາຄົດທີ່ສົດໄສ” ມາໃຫ້ເອີລົບ ແລະ ອາເມລິກາ, ພ້ອມທັງເນັ້ນໜັກວ່າ ບັນດາບໍລິສັດເຕັກໂນໂລຢີຂອງອາເມລິກາຄວນໄດ້ຮັບການຄຸ້ມຄອງຢ່າງເຄັ່ງຄັດເພື່ອສະກັດກັ້ນ “ບັນດາກຳລັງມືດມົນ” ຍົກອອກຄຳທີ່ເປັນປໍລະປັກໃນອິນເຕີແນັດ.

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນຢູ່ສະພາແຫ່ງຊາດອັງກິດ, ທ່ານນາຍົກລັດຖະມົນຕີ ອັງກິດ Johnson ໄດ້ສະແດງຄວາມປາດຖະໜາຢາກເຮັດວຽກກັບທ່ານ ປະທານາທິບໍດີ Joe Biden ແລະ ອຳນາດການປົກຄອງຊຸດໃໝ່ຂອງອາເມລິກາ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງ ສອງປະເທດ ແລະ ປະຕິບັດບັນດາບຸລິມະສິດລວມ, ນັບແຕ່ການແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ, ສ້າງວິທີການທີ່ດີກ່ວາເກົ່າ ເມື່ອທຽບໃສ່ເວລາຍັງບໍ່ເກີດໂລກລະບາດ ແລະ ເພີ່ມທະວີຄວາມໝັ້ນຄົງຂ້າມມະຫາສະມຸດອັດລັງຕິກ.

        ໃນວັນທີ 20 ມັງກອນ, ທ່ານ Dmitry Peskov ໂຄສົກວັງ Kremlin ຢັ້ງຢືນວ່າ ມົດສະກູຍາມໃດກໍ່ຈະຊອກຫາການພົວພັນທີ່ດີງາມ ກັບ ວໍຊິງຕັນ. ສ່ວນ ທ່ານ Alexander De Croo ນາຍົກລັດຖະມົນຕີ ແບນຊິກ ກໍ່ໄດ້ສະແດງຄວາມຍິນດີຕໍ່ທ່ານ Joe Biden ເມື່ອທ່ານເຂົ້າພິທີສາບານຕົວດຳລົງຕຳແໜ່ງເປັນປະທານາທິບໍດີຄົນທີ 46 ຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ