ເອີລົບເອົາໃຈໃສ່ທີ່ສຸດເຖິງສະພາບການຢູ່ທະເລຕາເວັນອອກ

ເອີລົບເອົາໃຈໃສ່ທີ່ສຸດເຖິງສະພາບການຢູ່ທະເລຕາເວັນອອກ - ảnh 1
ປະ​ຊາ​ຄົມ​ໂລກ​ເອົ​າ​ໃຈ​ໃສ່​ເຖິງ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ ໄຮ​ຢາງ ຢູ່​ເຂດ​ໄຫຼ່​ທະ​ວີບ​ຂອງ ຫວຽດ​ນາມ
(ພາບ: TT)

(vovworld) – “ເອີ​ລົບ​ເອົາ​ໃຈ​ໃສ່​ຮັບ​ຟັງ​ບັນ​ດາ​ການນ​ຳ ອາ​ຊີ ເວົ້າ​ເຖິງ​​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ທະ​ເລ​ຮ​ວາ​ຕູງ”. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ໜັງ​ສື​ພິມຈຳ​ນວນ​ໜຶ່ງ​ຂອງ ຝ​ຣັ່ງ ແລະ ເອີ​ລົບ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ສຸດຍອດ ASEM 10, ເລີ່ມ​ແຕ່​ວັນ​ທີ 16/10, ຢູ່ ມີ​ລານ, ປະ​ເທດ ອີ​ຕາ​ລີ. ໜັງ​ສື​ພິມ​ສ​ະ​ບັບ​ຕ່າງໆ​ໄດ້​ຄັດ​ສະ​ເໜີ​ແຫຼ່ງ​ຂ່າວ​ກ່ຽວ​ກັບ​ການ​ປະ​ຊຸມ​ຂ່າວ​ຮ່ວມ​ລະ​ຫວ່າງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ໃນ​ວັນ​ທີ 15/10. ຕາມນັ້ນ​ແລ້ວ, ທ່ານ​ນາງ Merkel ຢັ້ງ​ຢືນ​ວ່າ: ແນ່​ນ​ອນ​ວ່າ ASEM ຈະ​ແລກ​ປ່ຽນ​ບັນ​ຫານີ້​ເພື່ອ​ສ້າງ​ເສັ້ນ​ທາງ​ເດີນ​ທະ​ເລ​ເສ​ລີ, ສະ​ຫງົບ, ປອດ​ໄພ. ໜັງ​ສືພິມ ຝ​ຣັ່ງ ຖື​ວ່າ: ທັດ​ສະ​ນະ ​ຂອງ ເຢຍ​ລະ​ມັນ ກໍ່​ແມ່​ນຫຼັກ​ໝັ້ນ​ລວມ​ຂອ​ງ​ທົ່ວ ອ​ີ​ຢູ.

        ເມື່ອ​ເຕື້ອງ​ເຖິງ​ເລື່ອງ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ອາ​ຊີ - ເອີ​ລົບ, ໜັງ​ສື​ພິມ​ “ເລ​ໂກ” ຂອງ ຝ​ຣັ່ງ ໄດ​້​ເຕື້ອງ​ເຖິງ​ສາຍ​​ພົວ​ພັນດ້ານ​ການ​ຄ້າ​ຂອງ ເອີ​ລົບ ແລະ ອາ​ຊີ ແລະ ເນັ້ນ​ໜັກ​ວ່າ: ເອີ​ລົບ ພວມ​ຕ້ອ​ງ​ການ​ການ​ຮ່ວມ​ມືນີ້. ໜັງ​ສື​ພິມ​ສະ​ບັບ​ນີ້​ໄດ້​ຊີ້​ແຈ້ງວ່າ​ແຕ່​ປີ 2003 – 2013, ​ອັດ​ຕາ​ສ່ວນການ​ຄ້າ​ຂອງ 20 ປະ​ເທດ ອາ​ຊີ ກັບ ອີ​ຢູ ເພີ່ມ​ຂຶ້ນ​ຢ່າງ​ແຮງ. ລະ​ດັບ​ການ​ສົ່ງ​ອອກ​ຂອງ​ບັນ​ດາ​ປະ​ເທດນີ້​ເຖິງ 28 ປະ​ເທດສະ​ມາ​ຊິກ ອີ​ຢູ ເພີ່ມ​ຂຶ້ນ​ແຕ່ 25 – 30% ແລະ ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ​ແຕ່ 40 – 44%. ພິ​ເສດ, ທີ່​ເວ​ທີ​ປາ​ໄສ ASEM ຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ຈະ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນການ​ນຳ​ຂັ້ນ​ສ​ູງ ອີ​ຊີ 3 ທ່ານ​ໄດ້​ພົບ​ປະ ແລະ ເຈ​ລະ​ຈາ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ອັນ​ດັບ​ໜຶ່ງ​ທີ່​ມາ​ຈາກ ອາ​ຊີ - ເອີ​ລົບ ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ອາ​ຊີ - ເອີ​ລົບ.


ຂ່າວ/ບົດ​ອື່ນ