ເອີລົບແລະກຸຍບາດຳເນີນການສົນທະນາດ້ານການເມືອງຄືນໃໝ່

ເອີລົບແລະກຸຍບາດຳເນີນການສົນທະນາດ້ານການເມືອງຄືນໃໝ່ - ảnh 1
ທ່ານ​ລັດຖະມົນຕີວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ ກຸຍ​ບາ
Bruno Rodriguez ແລະ ທ່ານນາງ Federica Mogherini,
ຜູ້​ຕາງໜ້າ​ຂັ້ນ​ສູງ​ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ
​ແລະ ການ​ພົວພັນ​ຕ່າງ​ປະ​ເທດຂອງ  EU
(ພາບ: AFP)

(vovworld) – ສະຫະພາບ​ເອີ​ລົບ (EU) ​ແລະ ກຸຍ​ບາ​ໄດ້ດຳ​ເນີນການ​​ສົນທະນາ​ດ້ານ​ການເມື​ອງຄືນ​ໃໝ່ ​ແລະ 2 ຝ​່າຍຈະ​ຈັດ​ຕັ້ງ​ການ​ພົບ​ປະ​ຄັ້ງ​ທຳ​ອີດຢູ່ ບຣຸກ​ແຊນ ​ໃນ​ເດືອນ 6 ຈະ​ມາ​ເຖິງ​. ຂໍ້​ມູນ​ຂ່າວສານ​ດັ່ງກ່າວ​ໄດ້ຍົກ​ອອກມາ​ຈາກກອງ​ປະຊຸມ​ສື່​ມວນ​ຊົນ ​ເມື່ອວັນ​ທີ 22/4. ພາຍຫຼັງ​ການ​ພົບ​ປະລະ​ຫວ່າງທ່ານ​ລັດຖະມົນຕີວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ ກຸຍ​ບາ Bruno Rodriguez ​ແລະ ຜູ້​ຕາງໜ້າ​ຂັ້ນ​ສູງ​ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ພົວພັນ​ຕ່າງ​ປະ​ເທດຂອງ  EU ທ່ານນາງ Federica Mogherini, ​ໃນ​ຂອບ​ເຂດ​ການເຈລະຈາ ຮອບ 3 ກ່ຽວ​ກັບ​​ການເພີ່ມ​ທະວີການ​ສົນທະນາດ້ານ​ການ​ເມືອງ ​ແລະ ​ເສດຖະກິດ​ລະຫວ່າງ EU ກັບ​ບັນດາ​ປະ​ເທດ​ຕັ້ງ​ຢູ່ເຂດ ກາຣີ​ເບ ນີ້. 2 ຝ່າຍ​ຢືນຢັນ​ວ່າ: ​​ໄດ້ບັນລຸ​ຄວາມ​ກ້າວໜ້າ​ໃນ​ວິວັດ​ການ​ສົນທະນາ​ບົນນ້ຳ​ໃຈສ້າງສາ. 2 ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ຫົວ​ຂໍ້ຫຼາຍ​ຝ່າຍ​ຄື: ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ, ​ໂຄງການ​ດຳ​ເນີນ​ງານພາຍຫຼັງ​ປີ 2020, ການກະກຽມ​ໃຫ້​ກອງ​ປະຊຸມ​​ສຸດ​ຍອດ​ລະຫວ່າງ EU, ພາກ​ພື້ນ​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ກາຣີ​ເບ, ຊຶ່ງ​ຄາດ​ວ່າ​ຈະດຳ​ເນີນ​ຢູ່ ບຣຸກ​ແຊນ ໃນ​ເດືອ​ນ 6 ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ