ເອົາໃຈໃສ່ພັດທະນາບັນດາຂະແໜງວິທະຍາສາດປາຍແຫຼມ

ເອົາໃຈໃສ່ພັດທະນາບັນດາຂະແໜງວິທະຍາສາດປາຍແຫຼມ - ảnh 1
ພາບປະກອບ

(vovworld) –  ຕອນ​ເຊົ້າ​ວັນ​ທີ 19/1, ຢູ່ ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເຮັດ​ວຽກ​ກັບ​ກະຊວງ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ກ່ຽວ​ກັບປະສິດທິ​ຜົນ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ພັດທະນາ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໄລຍະ 2005 – 2015 ​ແລະ ກ​ຳນົດທິດ​ພັດທະນາ​ໄລຍະ​ຈະ​ມາ​ເຖິງ. ບັນດາ​ຜູ້​ແທນ​ຖື​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ຍຸດ​ທະ​ສາດ​ການພັດທະນາວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ຄວນ​ມີ​ບັນດາ​ນະ​ໂຍບາຍ​ລະອຽດ​ກ່ວາ​ເພື່ອ​ພັດທະນາ​ບັນດາ​ຂະ​ແໜງ​ວິ​ທະ​ຍາ​ສາດ​ປາຍ​ແຫຼມ​ນຳ​ໃຊ້​ເຕັກ​ໂນ​​ໂລ​ຢີສູງ. ພ້ອມ​ກັນ​ນັ້ນ, ຄວນ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ​ໃຫ້​ມີ​ປະສິດທິ​ຜົນ.


ຂ່າວ/ບົດ​ອື່ນ