ເອົາ​ໃຈ​ໃສ່​ຢ່າງ​ພຽງ​ພໍ​ເຖິງ​ການ​ສຶກ​ສາ ເພື່ອ​ສ້າງ​ກຳ​ລັງ​ໜູນ​ຊຸກ​ຍູ້​ການພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) - ສົກຮຽນປີ 2023 – 2024, ທົ່ວຂະແໜງການສຶກສາໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ສຸມໃສ່ຜັນຂະຫຍາຍໜ້າທີ່ທີ່ໄດ້ມອບໝາຍ ຢ່າງມີປະສິດທິຜົນ ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງ.
ເອົາ​ໃຈ​ໃສ່​ຢ່າງ​ພຽງ​ພໍ​ເຖິງ​ການ​ສຶກ​ສາ ເພື່ອ​ສ້າງ​ກຳ​ລັງ​ໜູນ​ຊຸກ​ຍູ້​ການພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 19 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບສົກຮຽນປີ 2023 – 2024 ແລະ ຜັນຂະຫຍາຍປະຕິບັດໜ້າທີ່ສົກຮຽນປີ 2024 – 2025 ໂດຍກະຊວງສຶກສາທິການ ແລະ ບຳລຸງສ້າງຈັດຕັ້ງຕາມຮູບແບບທາງໄກ ລະຫວ່າງສະຖານທີ່ຖ່າຍທອດສົດຢູ່ ຮ່າໂນ້ຍ ກັບ 63 ແຂວງ, ນະຄອນໃນທົ່ວປະເທດ.

ສົກຮຽນປີ 2023 – 2024, ທົ່ວຂະແໜງການສຶກສາໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ສຸມໃສ່ຜັນຂະຫຍາຍໜ້າທີ່ທີ່ໄດ້ມອບໝາຍ ຢ່າງມີປະສິດທິຜົນ ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກສົກຮຽນປີ 2024 – 2025 ສິ້ນສຸດອາຍຸການປະຕິບັດມະຕິກອງປະຊຸມຄັ້ງທີ 13 ຂອງພັກ. ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ:

ກ່ອນທີ່ກ້າວເຂົ້າສູ່ສົກຮຽນໃໝ່ ປີ 2024 – 2025, ຂ້າພະເຈົ້າອວຍພອນຖັນແຖວພະນັກງານຄຸ້ມຄອງ, ຄູສອນ, ຍາມໃດກໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ ແລະ ສຸດຈິດສຸດໃຈກັບອາຊີບ, ແກ້ໄຂທຸກຄວາມຫຍຸ້ງຍາກ, ຜ່ານຜ່າທຸກສິ່ງທ້າທາຍ. ຢຶດໝັ້ນກັບເປົ້າໝາຍປ່ຽນແປງໃໝ່ການສຶກສາບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ, ຕອບສະໜອງຄວາມລໍຄອຍຂອງພັກ, ລັດ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ