ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ກຳ​ມະ​ກອນ ຜູ້ອອກ​ແຮງ​ງານ​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) - ອົງການປະຈຳສະຫະພັນໃຫ່ຍແຮງງານຫວຽດນາມ ໄດ້ຕົກລົງສະຫງວນຈຳນວນເງິນກ່ວາ 1.5 ຕື້ດົ່ງ ເພື່ອຈັດການໄປຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນໃຫ້ກຳມະກອນ ຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ຫຼື ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19.
ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ກຳ​ມະ​ກອນ ຜູ້ອອກ​ແຮງ​ງານ​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1

 (ພາບ: Hai Nguyen)

    ຕອນເຊົ້າວັນທີ 17 ພຶດສະພາ,  ຢູ່ຮ່າໂນ້ຍ, ອົງການປະຈຳສະຫະພັນໃຫ່ຍແຮງງານຫວຽດນາມ ໄດ້ຈັດປະຊຸມທາງອອນລາຍກັບບັນດາສະຫະພັນແຮງງານແຂວງ, ນະຄອນກ່ຽວກັບສະພາບການກຳມະກອນ ຜູ້ອອກແຮງງານຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19.

   ໄລ່ຮອດວັນທີ 16 ພຶດສະພາ, ທົ່ວປະເທດມີກຳມະກອນ 336 ຄົນຖືກຕິດໄວຣັດ SAR-C0V-2  ຊື່ງແມ່ນກຳມະກອນ ຜູ້ອອກແຮງງານຢູ່ບັນດາວິສາຫະກິດ ແລະ ເຂດອຸດສາຫະກຳຢູ່ 6 ແຂວງ, ນະຄອນ, ໃນນັ້ນ ສ່ວນຫຼາຍແມ່ນຢູ່ບັກຢາງ ມີ 310 ຄົນ, ບັກນິງ ມີ 11 ຄົນ ແລະ ດ່ານັງ 36 ຄົນ.

   ອົງການປະຈຳສະຫະພັນໃຫ່ຍແຮງງານຫວຽດນາມ ໄດ້ຕົກລົງສະຫງວນຈຳນວນເງິນກ່ວາ 1.5 ຕື້ດົ່ງ ເພື່ອຈັດການໄປຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນໃຫ້ກຳມະກອນ ຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ຫຼື ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19. ພ້ອມກັນນັ້ນກໍ່ໄດ້ ສະຫງວນຈຳນວນເງິນ 1 ຕື້ດົ່ງ ເພື່ອໜູນຊ່ວຍໂຮງໝໍ 10 ແຫ່ງພວກຖືກລ໋ອກດາວ.

ຕອບກັບ

ຂ່າວ/ບົດ​ອື່ນ