ເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດທະເລຕິດພັນກັບປ້ອງກັນຊາດປ້ອງກັນຄວາມສະຫງົບ

ເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດທະເລຕິດພັນກັບປ້ອງກັນຊາດປ້ອງກັນຄວາມສະຫງົບ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 23/7, ຄະນະ​ປະຕິບັດ​ງານ​ຂອງ​ຫ້ອງການ​ປະຈຳ​ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວກັບ​ທະ​ເລ​ຕາ​ເວັນ​ອອກ - ໝູ່​ເກາະ ​ໂດ​ຍທ່ານ ​ໂຮ່ຊວນ​ເຊີນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ເປັນ​ຫົວໜ້າ​ຄະນະ ມີ​ການ​ເຮັດ​ວຽກ​ຢູ່​ແຂວງ ກຽນຢາງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໂຮ່ຊວນ​ເຊີນ ​​ໄດ້ແຈ້ງ​​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກ​​ໃນປະຈຸ​ບັນ ​ແລະ ວຽກ​ງານ​ການ​ທູດ​ຂອງ ຫວຽດນາມ ​ໃນການ​ຮັກສາ​ອະທິປະ​​ໄຕ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ​້ວນ, ພ້ອມ​ທັງ ຕີ​ລາຄາ​ສູງ​ບັນດາ​ໝາກຜົນ ​ເຊິ່ງ​ແຂວງ ກຽນ​ຢາງ​ບັນລຸ​ໄດ້​ໃນ​ວຽກ​ງານ​ທະ​ເລ, ໝູ່​ເກາະ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ສະ​ເໜີ​ວ່າ: ​ແຂວງ ກຽນ​ຢາງ ຄວນ​ສື​ບຕໍ່​ຍູ້​ແຮງ​ການ​ພົວພັນ, ຮ່ວມ​ມື​ກັບ​ບັນດາ​ແຂວງ​ຕິດ​ກັບ​ຊາຍ​ແດນ​ຂອງປະ​ເທດ ກຳປູ​ເຈຍ ບົນ​ພື້ນຖານ​ສາມັກຄີ, ມິດຕະພາບ, ພ້ອມ​ພັດທະນາ; ​ເພີ່ມ​ທະວີ​ການ​ຄຸມ​ຄອງ​ອະທິປະ​ໄຕຊາຍ​ແດນທາວ​ບົກ ​ແລະ ທາງ​ນ້ຳ; ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ​ທະ​ເລ​ແບບ​ຍືຍຍົງ.

      ກໍ່​ໃນ​ວັນ​ທີ 23/7, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ປະຕິບັດ​ງານ​ກ່ຽວ​ກັບ​ບັນດາ​ອົງການ​ບໍ່ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ ​ໄດ້ມີການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ກຽນ​ຢາງ​ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ຢູ່​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ