ເຮັດແຈ້ງບັນດາຄຸນຄ່າອັນໃຫຍ່ຫຼວງໃນມໍລະດົກວັດທະນະທຳຂອງນັກກະວີຜູ້ຍິ່ງໃຫຍ່ຫງວຽນຢູ

ເຮັດແຈ້ງບັນດາຄຸນຄ່າອັນໃຫຍ່ຫຼວງໃນມໍລະດົກວັດທະນະທຳຂອງນັກກະວີຜູ້ຍິ່ງໃຫຍ່ຫງວຽນຢູ - ảnh 1
(ທ່ານ ດິງ​ເທ໋ຮີນ ຫົວ​ໜ້າ​ຄະນະ​ໂຄສະ​ນາ​ສຶກສາ​ສູນ​ກາງ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ)


​​(vovworld) - ກອງ​ປະຊຸມ​ສຳ​ມະ​ນາ​ວິ​ສະຍາ​ສາດ​ສາກົນ “ນັກ​ກະວີຜູ້​ຍິ່ງ​ໃຫຍ່​ຂອງ​ຊາດ, ນັກ​ວັດທະນະທຳ​ທີ່​ມີ​ຊື່​ສຽງ​ຂອງໂລກຫງວຽນ​ຢູ: ມໍລະດົກ​​ ແລະ ​ບັນດາ​ຄຸນຄ່າ​ອະມະ​ຕະ” ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 08/08, ຢູ່​ຮ່າ​ໂນ້ຍ. ນີ​້ແມ່ນ​ການການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ສະ​ເຫຼີມສະຫຼອງ 250 ປີ​ແຫ່ງ​ວັນ​ຄ້ານ​ວັນ​ເກີດ​ຂອງ​ນັກ​ກະ​ວິ​ຜູ້​ຍິ່ງ​ໃຫຍ່​ຫງວຽນ​ຢູ (1765 - 2015). ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ດິງ​ເທ໋ຮີນ, ຫົວ​ໜ້າ​ຄະນະ​ໂຄສະ​ນາ​ສຶກສາ​ສູນ​ກາງ ​ໃຫ້​ຮູ​້ວ່າ, ​ເລື່ອງ​ຈັດ​ຕັ້ງ​ພິທີ​ສະເຫຼີມສະຫຼອງ 250 ປີ​ແຫ່ງ​ວັນ​ຄ້ານ​ວັນ​ເກີດ​ຂອງ​ນັກ​ປະພັນ​ຜູ້​ທີ່​ມີ​ຊື່​ສຽງ​ຫງວຽນ​ຢູ ​ໃນ​ທົ່ວ​ປະ​ເທດ​ແມ່ນ​ການ​ເຄື່ອນ​ໄຫວ​ລະອຽດ, ​ແທ​ດຈິງ ​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນ​ຄ່າ​ວັດທະນະທຳ​ຂອງ​ຊາດ, ຕ້ອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງພັດທະນາ​ປະ​ເທດ​ຢ່າງ​ໝັ້ນ​ຂົງ. ທ່ານ ດິງ​ເທ໋ຮີນ ປາດ​ຖະໜາວ່າ, ບັນດາ​ນັກວິທະຍາ​ສາດຕ້ອງ​ເສີມ​ຂະຫຍາຍ​ພູນ​ປັນຍາ, ສຸມ​ໃສ່​ຄົ້ນ​ພົນ, ​ເຮັດ​ແຈ້ງບັນດາ​ຄຸນຄ່າ​ອັນ​ໃຫຍ່​ຫຼວງ​ໃນ​ມໍລະດົກວັດ​ທະ​ນະ​ທຳ​ຂອງ ຫງວຽນ​ຢູ.

ຂ່າວ/ບົດ​ອື່ນ