ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກ້ວາງຂວາງຍິ່ງໆຂຶ້ນ

(VOVWORLD) - ໃນລະຫວ່າງວັນທີ 8-10 ພຶດສະພາ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄປຢ້ຽມຢາມ ຍີ່ປຸ່ນ, ພ້ອມກັບທ່ານ Kishida, ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ເປັນປະທານວາລະປະຊຸມຄັ້ງທີ 9 ຄະນະກຳມະການຮ່ວມມື ຫວຽດນາມ - ຍີ່ປຸ່ນ. 
 
ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກ້ວາງຂວາງຍິ່ງໆຂຶ້ນ - ảnh 1 ການເຈລະຈາລະຫວ່າງ 2 ຝ່າຍ

2 ຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍຢ່າງມີປະສິດທິຜົນບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດໃນໄລຍະຜ່ານມາ ແລະ ກະກຽມເນື້ອໃນເພື່ອໃຫ້ການຂອງການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນໄລຍະຈະມາເຖິງ ປະສົມຜົນສຳເລັດ. 2 ຝ່າຍເຫັນດີຮັກສາບັນດາການຢ້ຽມຢາມ ແລະ ການພົບປະລະຫວ່າງການນຳຂັ້ນສູງເປັນປະຈຳ, ເຫັນດີຈັດຕັ້ງວາລະປະຊຸມຄັ້ງທີ 2 ຂອງຄະນະກຳມະການປະສົມ ຫວຽດນາມ - ຍີ່ປຸ່ນ ກ່ຽວກັບການຮ່ວມມືໃນບັນດາຂົງເຂດອຸດສາຫະກຳ, ການຄ້າ ແລະ ພະລັງງານໃນເດືອນ ມິຖຸນາ 2017 ແລະ ຈັດຕັ້ງການເຈລະຈາກ່ຽວກັບກະສິກຳຂັ້ນສູງຄັ້ງທີ 4 ໃນເຄິ່ງທ້າຍປີ 2017 ໂດຍໄວ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, 2 ຝ່າຍເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳ, ພະລັງງານ, ກະສິກຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ຢືນຢັນວ່າ ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍການພັດທະນາເສດຖະກິດຂອງ ຫວຽດນາມ ຜ່ານການສະໜອງທຶນ ODA ແລະ ສຸມໃສ່ຊຸກຍູ້ການຮ່ວມມືກໍ່ສ້າງພື້ນຖານໂຄງລ່າງຄຸນນະພາບສູງ…

        ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ Shinzo Abe, ທ່ານປະທານສະພາຕ່ຳ Tadamori Oshima ແລະ ຕ້ອນຮັບປະທານອົງການຮ່ວມມືສາກົນ ຍິ່ປຸ່ນ (JICA) Shinichi Kitaoka.

ຕອບກັບ

ຂ່າວ/ບົດ​ອື່ນ