ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ-ເຢຍ​ລະ​ມັນ ​ໃນ​ບັນ​ດາ​ຂົງ​ເຂດເລິກເຊິ່ງກ​່​ວາ​ອີກ

(VOVWORLD) -ໃນວັນທີ 23  ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ໂຕແອັງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໂອ້ລົມສົນທະນາທາງໄກກັບທ່ານ Niels Annen ລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ.
ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ-ເຢຍ​ລະ​ມັນ ​ໃນ​ບັນ​ດາ​ຂົງ​ເຂດເລິກເຊິ່ງກ​່​ວາ​ອີກ - ảnh 1ທ່ານ ໂຕແອັງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂອ້ລົມສົນທະນາທາງໄກກັບທ່ານ Niels Annen ລັດຖະມົນຕີລອຍກະຊວງການຕ່າງປະເທດ ເຢຍລະມັນ (ພາບ: TTXVN) 

ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ສະແດງຄວາມພາກພູມໃຈຕໍ່ການພັດທະນາຢ່າງເຂັ້ມແຂງຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເຢຍລະມັນ ໃນບັນດາຂົງເຂດ, ແທດເໝາະກັບສະພາບຕົວຈິງເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 1975-2020. ທ່ານ ໂຕແອັງຢູງ ຢັ້ງຢືນວ່າ ເຢຍລະມັນ ຍາມໃດກໍ່ເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ໃນສະຫະພາບ ເອີລົບ. ສອງຝ່າຍຢາກເຫັນດີເປັນເອກະພາບໂດບໄວຕໍ່ການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ  ຫວຽດນາມ - EU (EVIPA), ສ້າງຂອບນິຕິກຳສົ່ງເສີມບັນດາວິສາຫະກິດສອງຝ່າຍເພີ່ມທະວີຮ່ວມມືລົງທຶນໃນບັນດາຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍ.

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ຫວຽດນາມ ສະໜັບສະໜູນບັນດາຄູ່ຮ່ວມມືພາຍນອກ, ໃນນັ້ນມີ ເຢຍລະມັນ, ເພີ່ມທະວີການຮ່ວມມືກັບ ອາຊຽນ ເພື່ອຜົນປະໂຫຍດລວມ, ປະກອບສ່ວນຊຸກຍູ້ທ່າອ່ຽງການຄ້າເສລີ, ຍົກສູງຫຼາຍຝ່າຍ ແລະ ເຄົາລົບກົດໝາຍສາກົນຢູ່ພາກພື້ນ ແລະ ໃນໂລກ.

ໃນຂອບເຂດສະພາຄວາມໝັັ້ນຄົງສະຫະປະຊາຊາດ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມື ແລະ ສົມທົບຢ່າງແໜ້ນແຟ້ນເພື່ອຊຸກຍູ້ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຕັ້ງໜ້າປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ