ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ

(VOVWORLD) - ການຢ້ຽມຢາມ ຈີນ ຂອງທ່ານປະທານສະພາແຫ່ງຊາດ ແມ່ນສັນຍາລັກໃຫ້ແກ່ບາດກ້າວເດີນຕໍ່ໄປໃນການພົວພັນມິດຕະພາບລະຫວ່າງ ຈີນ ແລະ ຫວຽດນາມ
ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ - ảnh 1(ທ່ານນາງ ຢຸຍຊຸຄວຍ, ອະດີດພາລະກອນການແພດໂຮງໝໍ ໜາມຊີຊານ (ຈີນ)

        ວັນທີ 12 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ ຈີນ ຢ່າງເປັນທາງການ. ຫາງສຽງ ຈີນ ຕີລາຄາສູງໝາກຜົນການຢ້ຽມຢາມ, ພ້ອມທັງຫວັງວ່າ, ບັນດາໝາກຜົນນີ້ຈະປະກອບສ່ວນເຮັດໃຫ້ການພົວພັນໃຫ້ເລິກເຊິ່ງຂຶ້ນຕື່ມ ແລະ ຍົກລະດັບການພົວພັນ 2 ຝ່າຍ.

        ກ່າວຄຳເຫັນພາຍຫຼັງການພົບປະມິດຕະພາບລະຫວ່າງ 2 ຝ່າຍໃນຂອບເຂດການຢ້ຽມຢາມ, ທ່ານນາງ ຢຸຍຊຸຄວຍ, ອະດີດພາລະກອນການແພດໂຮງໝໍ ໜາມຊີຊານ (ຈີນ), ຖືວ່າ:

        “ຂ້າພະເຈົ້າຖືວ່າ, ການຢ້ຽມຢາມ ຈີນ ຂອງທ່ານປະທານສະພາແຫ່ງຊາດ ແມ່ນສັນຍາລັກໃຫ້ແກ່ບາດກ້າວເດີນຕໍ່ໄປໃນການພົວພັນມິດຕະພາບລະຫວ່າງ ຈີນ ແລະ ຫວຽດນາມ, ຊ່ວຍຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະ ນຳນ້ຳໃຈມິດຕະພາບລະຫວ່າງ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ພວກເຮົາຕ້ອງສືບທອດ ແລະ ເສີມຂະຫຍາຍນ້ຳໃຈມິດຕະພາບ ທີ່ບັນດາລຸ້ນກ່ອນໆ ແລະ ການນຳ 2 ພັກ, 2 ປະເທດເພີ່ມພູນຄູນສ້າງ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດສືບຕໍ່ເສີມຂະຫຍາຍ.”

ຕອບກັບ

ຂ່າວ/ບົດ​ອື່ນ