ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອິນເດຍ ເລິກເຊິ່ງກວ່າອີກ

(VOVWORLD) -ໂດຍຮັບຄຳເຊີນຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ Sushma Swaraj, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ຈະຢ້ຽມຢາມ ອິນເດຍຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມປຶກສາຫາລື Delhi ຄັ້ງທີ 9 ແຕ່ວັນທີ 3-5 ກໍລະກົດ 2017.
ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອິນເດຍ ເລິກເຊິ່ງກວ່າອີກ - ảnh 1 (ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ)

ການຢ້ຽມຢາມ ອິນເດຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລື Delhi ຄັ້ງທີ 9 ຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ເພື່ອແນໃສສືບຕໍ່ນຳບັນດາການພົວພັນການທູດເຂົ້າລວງເລິກ, ຍູ້ແຮງ ແລະ ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືເລິກເຊິ່ງກວ່າອີກ, ເປັນຕົ້ນແມ່ນບັນດາຄູ່ຮ່ວມມືຍຸດທະສາດ ແລະ ປະເທດໃຫຍ່; ຢັ້ງຢືນເຖິງຄວາມສຳຄັນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອິນເດຍ. ໃນການຢ້ຽມຢາມ, ສອງຝ່າຍຈະແລກປ່ຽນກ່ຽວກັບແນວທາງ, ມາດຕະການລະອຽດ ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃນພຶດຕິກຳຕົວຈິງ; ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ; ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈ..

        ການຢ້ຽມຢາມຄັ້ງນີ້ຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ກໍ່ແມ່ນການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງການພົວພັນທາງການທູດ ລະຫວ່າງສອງປະເທດ, ທັງແມ່ນການສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ລະຫວ່າງ ອາຊຽນ ແລະ ອິນເດຍ.

        ກ່ຽວກັບເລື່ອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ຈະເຂົ້າຮ່ວມກອງປະຊຸມປຶກສາຫາລື Delhi ຄັ້ງທີ 9 ແມ່ນໂອກາດເພື່ອໃຫ້ ຫວຽດນາມ ເສີມຂະຫຍາຍບົດບາດປະເທດປະສານງານໃນການພົວພັນ ອາຊຽນ-ອິນເດຍ ກໍ່ຄືເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ