ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ສະຫະລັດອາເມລິກາເລິກເຊິ່ງກວ່າ

ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ສະຫະລັດອາເມລິກາເລິກເຊິ່ງກວ່າ - ảnh 1
ທ່ານ ຟ໋າມກວາງວິງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ
(ພາບ: TTXVN)

(vovworld) –​ ທ່ານ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ​ອາ​ເມ​ລິ​ກາ Barack Obama ຈະ​ມີ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງ ວັນ​ທີ 22-25/5 ທີ່​ຈະ​ມາ​ເຖິງ. ​ເມື່ອຕອບ​​ສຳ​ພາດ ຕໍ່​ນັກ​ຂ່າວ ສະ​ຖາ​ນີ​ວິ​ທະ​ຍຸ​​ກະ​ຈາຍ​ສຽງ​ຫວຽດ​ນາມ ປະ​ຈຳ​ ສະ​ຫະ​ລັດ​ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​​ຢ້ຽມ​ຢາມ​ຫວຽດ​ນາມ ໃກ້​ຈະ​ມາ​ເຖິງ ຂອງທ່ານ ປະ​ທາ​ນາ​ທິ​ບໍ​ດີ Barack Obama, ທ່ານ ຟ້າມກວາງວິງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ ສະ​ຫະ​ລັດ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ການ​ພົວ​ພັນ ຫວຽດ​ນາມ-ສະ​ຫະ​ລັດອາ​ເມ​ລິ​ກາ ໄດ້ຮັບການ​ພັດ​ທະ​ນາ​​ໃນ​ທຸກ​ຂົງ​ເຂດ, ນັບແຕ່​​ດ້ານການ​ເມືອງ, ​ການປ​້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ວິ​ທະ​ຍາ​ສາດ​ເຕັກ​ນິກ, ການ​ສຶກ​ສາ, ການ​ພົບ​ປະ​ແລກ​ປ່ຽນ ​​ລະ​ຫວ່າງ ປະ​ຊາ​ຊົນ ກໍ່​ຄື​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ເຊິ່ງສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

        ທ່ານ ​ຟ້າມກວາງວິງ ເອກ​ອັກ​ຄະ​ລັດ​ຖະ​ທູດ  ເຊື່ອ​ໝັ້ນ​ວ່າ: ການ​ມາ​ຢ້ຽມ​ຢາມ​ຫວຽດ​ນ​າມ ​ຂອງ ທ່ານ ປະ​ທາ​ນາ​ທິ​ບໍ​ດີ Barack Obama ຈະ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ອັນ​ດ​ີ​ງາມ, ເຮັດ​​ໃຫ້​​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ​ສອງ​ຝ່າຍເລິກ​ເຊິ່ງກວ່າ. ທ່ານ ຟ໋າມກວາງວິງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ  ໃຫ້​ຮູ້​ວ່າ:

        “ສອງ​ປະ​ເທດ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື. ຂ້າ​ພະ​ເຈົ້າ​ຖື​ວ່າ ເສດ​ຖະ​ກິດ​ຈະ​ພັດ​ທະ​ນາກວ່າ​ອີກ​ຢ່າງ​ແນ່ນອນ. ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ Barack Obama ຈະ​ສ້າງ​​ກຳ​ລັງ​ໜູນຕື່ມ​ອີກ ​ໃຫ້​ແກ່​ການ​ຮ່ວມ​ມື ໃນ​ບັນ​ດາ​ຂົງ​ເຂດວິ​ທະ​ຍາ​ສາດ​ເຕັກ​ນິກ, ການ​ສຶກ​ສາ​ ເຊິ່ງ​​ເຄີຍໄດ້​ຮັບ​ການ​ພັດ​ທະ​ນາ​ມ​ນັບແຕ່​ດົນ​ນານ​​ມາແລ້ວ. ການ​ພົບ​ປະ​ແລກ​ປ່ຽນ​ ລະ​ຫວ່າງ ​ປະ​ຊາ​ຊົນ ຫຼື ການ​ຮ່ວມ​ມື ໃນ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ ຄື​ການ​ປ່ຽນແປງ​ຂອງ​​ດິນ​ຟ້າອາ​ກາດ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ຫຼື ສິ່ງ​ແວດ​ລ້ອມ ລ້ວນ​ແຕ່​ເປັນ​ບັນ​ດາ​ບັ​ນ​ຫາ​​ເຊິ່ງ​ສອງ​ຝ່າຍ​ໃຫ້​ຄວາມ​ສົນ​ໃຈ. ນັ້ນ​ແມ່ນ​ບັນ​ດາ​ຈຸດ​​ພົ້ນ​ເດັ່ນ​ອັນ​ໃຫຍ່ຫຼວງ​ທີ​ສຸດ ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ ເພື່ອ​ສ້າງ​​ເປັນກຳ​ລັງ​ໜູນ ໃຫ້​ແກ່​ການ​ພົວ​ພັນ​ລວມ ກ່ຽວ​ກັບ​ຂອບ​ເຂດ​​ຄູ່ຮ່ວມ​ມືຮອບ​ດ້ານ ຈະ​ນັບ​ມື້​ນັບພັດ​ທະ​ນາກວ່າ​”.

            ທ່ານ ຟ້າມກວາງວິງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ກໍ່​ໃຫ້​ຮູ້​ວ່າ ພ້ອມ​ກັບ​ບັນ​ດາ​ບັນ​ຫາ​ສອງ​ຝ່າຍ, ບັນ​ດາ​ການ​ນຳ​ຫວຽດ​ນາມ ແລະ ທ່ານ ປະ​ທາ​ນາ​ທິ​ບໍ​ດີ Barack Obama  ກໍ່​ຈະ​ປຶກ​ສາ​ຫາ​ລື​ບັນ​ດາ​ບັ​ນ​ຫາ ສາ​ກົນ ແລ​ະ ພາກ​ພື້ນ ​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີຄວາມ​​ສົນ​ໃຈ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ