ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອົດສະຕາລີເລິກເຊິ່ງຂຶ້ນຕື່ມ

ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອົດສະຕາລີເລິກເຊິ່ງຂຶ້ນຕື່ມ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອົດ​ສະ​ຕາ​ລີ​ປະ​ຈ​ຳ​ຫວຽດ​ນາມ)

(vovworld) - ​ ​​​​​ຕອນ​ບ່າຍ​ວັນ​ທີ 31/05, ທີ່​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອົດ​ສະ​ຕາ​ລີ​ປະ​ຈ​ຳ​ຫວຽດ​ນາມ Hugh Borrowman ເຂົ້າ​ຢ້ຽມ​ອຳ​ລາ ເນື່ອງ​ໃນ​ໂອ​ກາດ​ສິ​້ນ​ສຸດ​​ໜ້າ​ທີ່​ການ​ທູດ​ຢ​ູ່​ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕີ​ລາ​ຄາ​ສ​ູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ອົດ​ສະ​ຕາ​ລີ ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ອົດ​ສະ​ຕາ​ລີ ໃຫ້​ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ວ່າ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ຫຼາຍ​ຂ​ົງ​ເຂດ​ຄື: ເສດ​ຖະ​ກິດ, ການ​ຄ້າ, ການ​ທ່ອງ​ທ່ຽວ, ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ, 2 ຝ່າຍ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ໃຫ້​ດີກວ່າ​ອີກ ຄື​ຍູ້​ແຮງ​ການ​​ພົວ​ພັ​ນ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ປາດ​ຖະ​ໜາ​ວ່າ ຝ່າຍ​ອົດ​ສະ​ຕາ​ລີ ຈະ​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​​ຜະ​ລິດ​ຕະ​ພັນ​ກ​ະ​ເສດ, ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ ແຊກ​ຊຶມ​ເຂົ້າ​ຕະ​ຫຼາດ​ອົດ​ສະ​ຕາ​ລີ.

        ສ່ວນ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ Hugh Borrowman ເຊື່ອ​ໝັ້ນ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຮງໃນ​ຫຼາຍ​ຂົງ​ເຂດກວ່າ​ອີກ​​​ຄື ເສດ​ຖ​ະ​ກິດ, ການ​ຄ້າ, ການ​​ພົວ​ພັນ​ແລກ​ປ່ຽນ​ປະ​ຊ​າ​ຊົນ. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ Hugh Borrowman ກໍ​ໃຫ້​ຮູ້​ວ່າ ເຖິງວ່າ​ດຳ​ລົງ​ຕຳ​ແໜ່ງ​ໃ​ດ​ກໍ່​ຕາມ ກໍ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ອົດ​ສະ​ຕາ​ລ​ີ.

ຂ່າວ/ບົດ​ອື່ນ