ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ສ.ເຊັກໂກເລິກເຊິ່ງກ່ວາອີກ

ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ສ.ເຊັກໂກເລິກເຊິ່ງກ່ວາອີກ - ảnh 1
ທ່ານ​ ​ເຈີ່ນ​ດ້າຍ​ກວາງ ຕ້ອນຮັບ​ທ່ານ
Vojtech Filip ປະທານ​ພັກ​ກອມ​ມູນິດ ​ເຊັກ​ໂກ - Morava
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 31/10, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດຫວຽດ​ນາມ ​ເຈີ່ນ​ດ້າຍ​ກວາງ ​​ໄດ້ໃຫ້ການ​ຕ້ອນຮັບ​ທ່ານ Vojtech Filip ປະທານ​ພັກ​ກອມ​ມູນິດ ​ເຊັກ​ໂກ - Morava, ຮອງ​ປະທານ​ສະພາ​ຕຳ່​ສາທາລະນະ​ລັດ ​ເຊັກ​ໂກ ທີ່ພວມ​ຢ້ຽມຢາມ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ວ່າ 2 ຝ່າຍ​ສືບ​ຕໍ່​ມານະ​ພະຍາຍາມ​ກ່ວາ​ອີກ ​ເພື່ອ​ຊຸກຍູ້ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ຜ່ານ​ນັ້ນ ປະກອບສ່ວນ​​ເຮັດ​ໃຫ້​ການພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ​ເລິກ​ເຊິ່ງກ່ວາ​ອີກ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ 2 ພັກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ຊຸກຍູ້ການ​ປະຕິບັດ​ກົນ​ໄກ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະຈຳ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ປາດຖະໜາ​ວ່າ ສະພາ​ແຫ່ງ​ຊາດ ​ເຊັກ​ໂກ ຈະສືບ​ຕໍ່​ສະໜັບສະໜູນ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ການຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (ອີ​ຢູ); ປາດ​ຖະໜາ​ວ່າ ​ເຊັກ​ໂກ ຈະ​ຮັບຮອງ​ກົດ​ລະບຽບ​ເສດຖະກິດ​ການ​ຕະຫລາດ​ຂອງ ຫວຽດນາມ.

        ສ່ວນ​ທ່ານ Vojtech Filip ​ໃຫ້​ຮູ້​ວ່າ: ​ຮ່ວມ​ເດີນທາງ​ນຳ​ຄະນະໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ມີ​ວິ​ສາ​ຫະກິດ​ຂອງ ​ເຊັກ​ໂກ ບາງ​ແຫ່ງຢາກ​ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ຄ້າ​ກັບ ຫວຽດນາມ. ທ່ານ Vojtech Filip ຢືນຢັນ​ວ່າ ສ.​ເຊັກ​​ໂກ ປາດ​ຖະໜາ​ຢາກຊຸກຍູ້​ການ​ຮ່ວມ​ມື​ການ​ລົງທຶນ​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ການ​ຄ້າ, ​ເສດຖະກິດ ​ແລ​ະ ປ້ອງ​ກັນຊາ​ດ.

       

ຂ່າວ/ບົດ​ອື່ນ