ເຮັດໃຫ້ສາຍພົວພັນລະຫວ່າງ 2 ພັກ, 2 ລັດ, 2 ລັດຖະບານ ແລະ ປະຊາຊົນ ກູບາ-ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ

(VOVWORLD) -ທ່ານເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ Raul Castro ໄດ້ສົ່ງສານອວຍພອນທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດທ່ານສືບຕໍ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13
ເຮັດໃຫ້ສາຍພົວພັນລະຫວ່າງ 2 ພັກ, 2 ລັດ, 2 ລັດຖະບານ ແລະ ປະຊາຊົນ ກູບາ-ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ - ảnh 1ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທີ 1 ພັກກອມມູນິດກູບາ Raul Castro

ວັນທີ 2 ກຸມພາ, ທ່ານເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ Raul Castro ໄດ້ສົ່ງສານອວຍພອນທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດທ່ານສືບຕໍ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13. ໃນສານອວຍພອນມີຕອນຂຽນວ່າ : ຂ້າພະເຈົ້າຂໍອວຍພອນສະຫາຍ ໄດ້ຮັບບັນດາຜົນງານໃນການປະຕິບັດບັນດາມະຕິ ແລະ ບັນດາເປົ້າໝາຍຊຶ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກ. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ການຊັກຈູງຂອງແນວຄິດ ແລະ ຄຳໂອວາດຂອງປະທານໂຮ່ຈິມິນ, ປະຊາຊົນຫວຽດນາມຈະສືບຕໍ່ຈະຍາດໄດ້ບັນດາຜົນງານທີ່ຍິ່ງໃຫຍ່ກ່ວາອີກໃນກິດຈະການສ້າງສາສັງຄົມນິຍົມ.

  ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍຢັ້ງຢືນຄືນເຈດຈຳນົງ ແລະ ຄວາມຕັດສິນໃຈສືບຕໍ່ ເຮັດໃຫ້ສາຍພົວພັນລະຫວ່າງ 2 ພັກ, 2 ລັດ, 2 ລັດຖະບານ ແລະ ປະຊາຊົນ ກູບາ-ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ. 

ຕອບກັບ

ຂ່າວ/ບົດ​ອື່ນ