ເຮືອບິນຂອງຈີນລະເມີດບັນດາຂໍ້ກຳນົດຂອງICAO

ເຮືອບິນຂອງຈີນລະເມີດບັນດາຂໍ້ກຳນົດຂອງICAO - ảnh 1
ທ່ານ ລ້າຍ​ຊວນ​ແທງ, ຫົວ​ຫນ້າ​ກົມ​ການ​ບິນ ຫວຽດ​ນາມ
ພາບ:bnews.vn

(vovworld)-ໃນ​ຊຸມມື້​ຜ່ານ​ມາ, ຈີນ ໄດ້​ປະ​ຕິ​ບັດ​ຫລາຍ​ຖ້ຽວ​ບິນ​ເຂົ້າ​ເຂດ​ນ່ານ​ຟ້າ​ທີ່​​ມີ​ການແຈ້ງ​ຂໍ້​ມູນ​ຂ່າວ​ກ່ຽວ​ຂ້ອງ​ເຖິງ​ຖຽ້ວບິນ( Flight Information Region) ຢູ່ ນະ​ຄອນ​ໂຮ່​ຈິ​ມີນ ໂດຍ​ຫວຽດ​ນາມ ຄ​ຸ້ມ​ຄອງ ແຕ່ບໍ່​ມີ​ການ​ພົວ​ພັນ​ຕິດ​ຕໍ່​ກັບ​ອົງ​ການ​ບັນ​ຊາ​ການ​ບິນ ຕ​າມ​ການ​ກຳ​ນົດ​ຂອງ​ສາ​ກົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ການ​ບິນ. ຕໍ່​ຫນ້າການ​ກະ​ທຳ​ດັ່ງ​ກ່າວ, ວັນ​ທີ 9/1, ທ່ານ ລ້າຍ​ຊວນ​ແທງ, ຫົວ​ຫນ້າ​ກົມ​ການ​ບິນ ຫວຽດ​ນາມ ໃຫ້​ຮູ້​ວ່າ: ກົມ​ການ​ບິນ​ຫວຽດ​ນາມ ສືບ​ຕໍ່​ມີ​ເອ​ກະ​ສານ​ສົ່​ງ​ເຖິງ​ຫ້ອງ​ການ​ອົງ​ການ​ການ​ບິນ​ພົນ​ລະ​ເຮືອນ​ໂລກ (ICAO) ກ່ຽວ​ກັບ​ເລື່ອງ ເຮືອ​ບິນ ຈີນ ໄດ້​ລະ​ເມີດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ ICAO. ກົມ​ການ​ບິນ​ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ICAO ຕ້ອງ​ມີ​ມາດ​ຕະ​ການ, ວິ​ທີ​ການ ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ບໍ່​ໄດ້​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື​ດັ່ງ​ກ່າວ​ນາບ​ຂູ່​ເຖິງ​ການ​ເຄື່ອນ​ໄຫວ​ການ​ບິນ​ສາ​ກົນ ແລະ ພາກ​ພື້ນ. ​ທ່ານ ລ້າຍ​ຊວນ​ແທງ ກໍ​ຢືນ​ຢັນ​ວ່າ: ກົມ​ການ​ບິນ ຫວຽດ​ນາມ ຈະ​ແຈ້ງ​ໃຫ້​ບັນ​ດາ​ປະ​ເທດ​ໃກ້​ຄຽງ​​ຮັບ​ຊາບ ເພື່ອ​ສົມ​ທົບ​ນຳກັນ ແລະ ມີ​ຄຳ​ກ່າວ​ເຕືອນກໍ​ຄື​ຄັດ​ຄ້ານ​ການ​ເຄື່ອນ​ໄຫວ​ການ​ບິນ​​ຂອງ​ຈີນທີ່​ນາບ​ຂູ່​ເຖິງ​ຄວາມ​ປອດ​ໄພ​ການ​ບິນ. ກ່ອນ​ຫນ້ານັ້ນ, ກົມ​ການ​ບິນ ຫວຽດ​ນາມ ກໍ​ໄດ້​ສົ່ງ​ເອ​ກະ​ສານ​ເຖິງ ຫ້ອງ​ການ ICAO ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ເພື່ອ​ແຈ້ງ​ກໍ​ລະ​ນີ​ດັ່ງ​ກ່າວ​ແລ້ວ.

 

 

ຂ່າວ/ບົດ​ອື່ນ