ເຮືອບິນຈີນ ຕິດຕາມກວດກາ ເຂດໝູ່ເກາະຕ້ຽວອີ ແມ່ນການກະທຳປົກກະຕິ

ເຮືອບິນຈີນ ຕິດຕາມກວດກາ ເຂດໝູ່ເກາະຕ້ຽວອີ ແມ່ນການກະທຳປົກກະຕິ - ảnh 1
​ເຮືອ​ບິນຂອງຈີນ​ບິນ​​ໃນ​ເຂດ​ນ່ານຟ້າຂອງ
​ໝູ່​ເກາະ​ຕຽວອີ (​ເຊິ່ງຝ່າຍ​ຍີ່ປຸ່ນ​ເອີ້ນ​ວ່າ Senkaku)
(ພາບ: dantri.com.vn)


(vovworld) -     ວັນ​ທີ 13/12, ຈີນ ​ໃຫ້​ຮູ​້ວ່າ ​ເຮືອ​ບິນຕິດຕາມ​ກວດກາທາງ​ທະ​ເລ​ຂອງ​ປະ​ເທດ​ນີ້ ​ໄດ້​ບິນ​​ໃນ​ເຂດ​ນ່ານຟ້າຂອງ​ໝູ່​ເກາະ​ຕຽວອີ (​ເຊິ່ງຝ່າຍ​ຍີ່ປຸ່ນ​ເອີ້ນ​ວ່າ Senkaku) ນັ້ນແມ່ນການ​ກະທຳປົກກະຕິ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂ່າວ​ນັດ​ສາມັນ, ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ ຫົງ​ເລີ້ຍ ຢືນຢັນ​ວ່າ ​​ໝູ່​ເກາະ​​ຕ້ຽວອີ ​ແລະ ບັນດາ​ໝູ່​ເກາະອ້ອມ​ຂ້າງ​ແມ່ນ​ຜືນ​ແຜ່ນດິນພາກສ່ວນ​ໜຶ່ງ​ທີ່​ບໍ່​ອາດ​​ໂອນ​ສິດ​ໄດ້ຂອງ​ຈີນ ແລະ ​ເລື່ອງ​ເຮືອ​ບິນຕິດຕາມ​ກວດກາ​ເຂດ​ທະ​ເລ​ຂອງ​ຈີນ ​ບິນ​​ເຖິງເຂດ​ນ່ານຟ້າ​ບັນດາ​ໝູ່​ເກາະ​ນີ້​ແມ່ນ​​ເລື່ອງ​ທຳ​ມະ​ດາ. ທ່ານ ​ຫົົງ​ເລີ້ຍ ກໍ​ເລັ່ງລັດ​ຝ່າຍ​ຍີ່ປຸ່ນ ຈົ່ງຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຜິດ​ກົດໝາຍ​ໃນ​ເຂດ​ທະ​ເລ ​ແລະ ນ່ານຟ້າ​ຂອງ​ໝູ່​ເກາະ​ນີ້. ທ່ານ​ໄດ້​ຖື​ວ່າ ບັນດາສິ່ງທີ່​ຄ້າງ​ຄາໃນປະຈຸ​ບັນ​ໃນການ​ພົວພັນ​ລະຫວ່າງຈີນ - ຍີ່ປຸ່ນ ​ແມ່ນ​ມາ​ຈາກ​ຂອງ​ເລື່ອງ ​ໂຕ​ກຽວ ຊື້​ໝູ່​ເກາະ​ ຕ້ຽວອີ ຜິດ​ກົດໝາຍ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ລັດຖະບານ​ຍີ່ປຸ່ນ ​ແກ້​ໄຂ​ຄວາມ​ຜິດພາດດ້ວຍການສະ​ແດງ​ຄວາມ​ຈິງ​ໃຈກໍ​ຄືການ​ກະທຳ​ຜ່ານ​ການ​​ໂອ້​ລົມ​ສົນທະນາເຈລະຈາ.

ຂ່າວ/ບົດ​ອື່ນ