ເຮືອ​ບິນ​ຕົກ​ຢູ່​ເຂດ​ພາກ​ຕາ​ເວັນ​ອອກ ໄທ, ​ຢັ້ງ​ຢືນ​ມີ​ຜູ້​ເສຍ​ຊີ​ວິດ ແລະ ​ຖືກ​ບາດ​ເຈັບ

(VOVWORLD) - ຕອນບ່າຍວັນທີ 22 ສິງຫາ, ເຮືອບິນ ຂະໜາດນ້ອຍລຳໜຶ່ງໄດ້ຕົກຢູ່ແຂວງ ສະເຊີງເຊົາ ທາງທິດຕາເວັນອອກຂອງປະເທດໄທ.
ເຮືອ​ບິນ​ຕົກ​ຢູ່​ເຂດ​ພາກ​ຕາ​ເວັນ​ອອກ ໄທ, ​ຢັ້ງ​ຢືນ​ມີ​ຜູ້​ເສຍ​ຊີ​ວິດ ແລະ ​ຖືກ​ບາດ​ເຈັບ - ảnh 1ສະຖານທີ່ເກີດເຫດ (ພາບ: Thairath)

ອົງການເຈົ້າໜ້າທີ່ໄທໄດ້ພົບເຫັນມີເສດແຕກຫັກຂອງເຮືອບິນ ກະແຈກກະຈາຍຢູ່ປ່າຊາຍເລນ ບໍ່ມີພາຫະນະໄປມາ. ຕາມຂໍ້ມູນເບື້ອງຕົ້ນ, ເຮືອບິນລຳນີ້ອາດຈະມີຜູ້ໂດຍສານ 7 ຄົນ ແລະ ຈຸບິນ 2 ຄົນ. ສ່ວນຕາມຂໍ້ມູນຂອງສຳນັກຂ່າວສານ ຊີນຮວາ ໃນວັນທີ 23 ສິງຫາ, ສະຖານທູດຈີນ ປະຈຳ ໄທແຈ້ງໃຫ້ຊາບວ່າ ມີພົນລະເມືອງຈີນ 5 ຄົນເສຍຊີວິດໃນເຫດເຮືອບິນຕົກນີ້. ຕາມການເລົ່າເລື່ອງຂອງຄົນເປັນພະຍານ, ເຂົາເຈົ້າເຫັນເຮືອບິຍເສຍການຄວບຄຸມກ່ອນທີ່ຈະຕົກລົງປາ ແລະ ລະເບີດຂຶ້ນ. ເຮືອບິນປະສົບອຸບັດຕິເຫດໃນເວລາພວມເດີນທາງໄປຍັງແຂວງ ຕຣາດ ທາງທິດຕາເວັນອອກສ່ຽງໃຕ້ຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ