ເຮືອບິນຕຳຫຼວດອິນໂດເນເຊຍຖືກຕົກ

ເຮືອບິນຕຳຫຼວດອິນໂດເນເຊຍຖືກຕົກ - ảnh 1
(ພາບ​ປະ​ກອບ: netAirspace)

(vovworld) ​- ​ເຮືອ​ບິນ M28 Skytruck ຂອງ​ກຳ​ລັງ​ຕຳ​ຫຼວດ​ອິນ​ໂດ​ເນ​ເຊຍ ທີ່​ຂົນ​ສົ່ງ​ພາ​ລະ​ກອນ​ຕຳ​ຫຼວດ 16 ຄົນ​ຖືກ​ອຸ​ບັດ​ຕ​ິ​ເຫດ ແລະ ຕົກ​ລົງ​ເຂດ​ທະ​ເລ​ Batam, ທາງ​ທິດ​ຕາ​ເວັນ​ຕົກ​ອິນ​ໂດ​ເນ​ເຊຍ. ກຳ​ລັງ​ກູ້​ໄພ​ກູ້​ຊີບໄດ້ກູ້​​ເອົາສາກ​ສົບ​ບາງ​ຄົນ ແລະ ສະ​ເກດ​ເຮືອ​ບິນ​ຂຶ້ນ​ໜ້າ​ນ້ຳ. ວັນ​ທີ 04/12, ໂຄ​ສົກ​ຫ້ອງ​​​ກາ​ນ​ຊອ​ກ​ຫາກູ້​ໄພ​ກູ້​ຊີບແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ, ທ່ານ​ Marsudi ໃຫ້​ຮູ້​ວ່າ, ເຮືອ​ບິນ M28 Skytruck ພວມ​ເດີ​ນ​ທາງ​ຈາກ​ນະ​ຄອນ Pangkal Pinang ເຖິງ​ເກາະ Batam, ຂຶ້ນ​ກັບ​ແຂວງ Kepulauan Riau ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້​ແຕ່​ວັນ​ທີ 03/12 ເມື່ອ​ບິນ​ຢູ່​ເຂດ​ທະ​ເລ​ຂອງ​ເກາະ Batam. ທ່ານ​ຢືນ​ຢັນ​ວ່າ​ເຮື​ອ​ບິນ​ຖືກ​ຕົກ​. ປະ​ຈຸ​ບັນ, ​ສາ​ມາດ​ກຳ​ນົດ​ໄດ້​ສະ​ຖານ​ທີ່​​ເຊິ່ງເຮືອ​ບິນ​ຖືກ​ຕົກ ແລະ ກຳ​ລັງກູ້​ໄພ​ກູ້​ຊີບ ໄດ້​ຊອກ​ເຫັນ​ສາກ​ສົບ 3 ຄົນ, ພ້ອມ​ກັບ​ສະ​ເກັດ​ເຮືອ​ບິ​ນ​ບາງ​ຢ່າງ. ວຽກ​ງານ​ກູ້​ໄພ​ກູ້​ຊີບ​ພວມ​ສືບ​ຕໍ່​ປະ​ຕິ​ບັດ​ຢ່າ​ງ​ຮີບ​ດ່ວນ.

ຂ່າວ/ບົດ​ອື່ນ