ເຮືອບິນທະຫານ ອານເຊຣີ ຕົກ ເຮັດໃຫ້ 250 ກ່ວາຄົນເສຍຊີວິດ

(VOVWORLD) -ວັນທີ 11 ເມສາ, ໂທລະພາບແຫ່ງຊາດ ອານເຊຣີ ໃຫ້ຂ່າວວ່າມີ 257 ຄົນເສຍຊີວິດໃນເຫດເຮືອບິນຕົກ ກ່ອນໜ້ານັ້ນໃນວັນດຽວກັນຢູ່ສະໜາມບິນທະຫານ Boufarik, ຢູ່ເທດສະບານເມືອງ Boufarik ສັງກັດແຂວງ Blida ຫ່າງຈາກນະຄອນຫລວງ ອານເຊຣີ ໄປທາງທິດຕາເວັນຕົກສ່ຽງໃຕ້ປະມານ 30 km.
ເຮືອບິນທະຫານ ອານເຊຣີ ຕົກ ເຮັດໃຫ້ 250 ກ່ວາຄົນເສຍຊີວິດ - ảnh 1ເຮືອບິນປະສົບເຄາະຮ້າຍແມ່ນເຮືອບິນ Ilyushin II-76 (ພາບ: PressTV )

ຕາມແຫຼ່ງຂ່າວຂອງທະຫານ, ເຮືອບິນປະສົບເຄາະຮ້າຍແມ່ນເຮືອບິນ Ilyushin II-76 ສັງກັດກຳລັງກອງທັບອາກາດ ອານເຊຣີ.        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອານເຊຣີ Abdelaziz Bouteflika ໄດ້ຕົກລົງຈັດຕັ້ງພິທີໄວ້ທຸກລະດັບຊາດ 3 ວັນ (ນັບແຕ່ວັນທີ 13 ເມສາ).

ຕອບກັບ

ຂ່າວ/ບົດ​ອື່ນ