ເຮືອບິນ​ທະຫານ​ຂອງ ລັດ​ເຊຍ ຕົກ ​ເຮັດ​ໃຫ້​​ຈຸ​ບິນທັງໝົດ​ເສຍ​ຊີວິດ

(VOVWORLD) -“ຍ້ອນເຮືອບິນລໍາດັ່ງກ່າວໄດ້ລົງຈອດສຸກເສີນ, ສະນັ້ນ ຈຶ່ງເຮັດໃຫ້ຈຸບິນເຈັບໜັກ ແລະ ເສຍຊີວິດທັງໝົດ”.
ເຮືອບິນ​ທະຫານ​ຂອງ ລັດ​ເຊຍ ຕົກ ​ເຮັດ​ໃຫ້​​ຈຸ​ບິນທັງໝົດ​ເສຍ​ຊີວິດ - ảnh 1ເຮືອບິນ ເຮຣີີກອບເຕີ Mi – 8  ຂອງກອງທັບລັດເຊຍ (ພາບ: TASS/TTXVN)

        ຕາມກະຊວງປ້ອງກັນປະເທດ ລັດເຊຍ ແລ້ວ, ເຮືອບິນ ເຮຣີີກອບເຕີ Mi – 8  ຂອງກອງທັບປະເທດນີ້ ປະສົບອຸບັດຕິເຫດຕົກ ໃນຂະນະທີ່ພວມບິນຝຶກຊ້ອມຢູ່ເຂດຊານນະຄອນຫຼວງ ມົດສະກູ ໃນວັນທີ 19 ພຶດສະພາ (ຕາມເວລາທ້ອງຖິ່ນ), ເຊິ່ງໄດ້ເຮັດໃຫ້ຈຸບິນທັງໝົດເສຍຊີວິດ.

        ແຈ້ງການຂອງກະຊວງປ້ອງກັນປະເທດ ລັດເຊຍ ຊີ້ແຈ້ງວ່າ: “ຍ້ອນເຮືອບິນລໍາດັ່ງກ່າວໄດ້ລົງຈອດສຸກເສີນ, ສະນັ້ນ ຈຶ່ງເຮັດໃຫ້ຈຸບິນເຈັບໜັກ ແລະ ເສຍຊີວິດທັງໝົດ”.

        ສື່ມວນຊົນ ລັດເຊຍ ກໍໄດ້ຄັດສະເໜີແຫຼ່ງຂ່າວຈາກບັນດາອົງການຮັບມືກັບໄພພິບັດສຸກເສີນ ໂດຍໃຫ້ຮູ້ວ່າ ມີ 3 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ