ເຮືອບິນບໍ່ມີຄົນຂັບ NATO ດັບສູນ 18 ພາກສ່ວນ IS ຢູ່ອາບການິດສະຖານ

(VOVWORLD) -ຢ່າງໜ້ອຍສຸດກໍ່ມີ 18 ມືປຶນ ພ້ອມກັບຜູ້ບັນຊາທ້ອງຖິ່ນ 3 ຄົນທີ່ຂຶ້ນກັບອົງການ IS ຖືກດັບສູນໃນບັນດາເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຢູ່ແຂວງ Kunar, ທາງທິດຕາເວັນອອກອາບການິດສະຖານ.
ເຮືອບິນບໍ່ມີຄົນຂັບ NATO ດັບສູນ 18 ພາກສ່ວນ IS ຢູ່ອາບການິດສະຖານ - ảnh 1(ພາບປະກອບອີນເຕີແນັດ)

ວັນທີ 21 ກັນຍາ, ຫົວໜ້າກຳລັງຕຳຫຼວດແຂວງ Kunar ໄດ້ຢືນຢັນຂໍ້ມູນຂ່າວດັ່ງກ່າວ. ຕາມເຈົ້າໜ້າທີ່ຕຳຫຼວດດັ່ງກ່າວແລ້ວ, ເຫດບຸກໂຈມຕີຄັ້ງທຳອິດຖືກດຳເນີນໃນຄ່ຳຄືນວັນທີ 20 ກັນຍາ, ເມື່ອເຮືອບິນບໍ່ມີຄົນຂັບລຳໜຶ່ງໂດຍອົງການ NATO ນຳໜ້າໄດ້ບຸກໂຈມຕີເຮືອນຮັງຂອງບັນດາມືປືນ IS ຢູ່ເຂດ Batash Dara, ເມືອງ Nari ເຮັດໃຫ້ 11 ມີປຶນເສຍຊີວິດ, ໃນນັ້ນມີຜູ້ບັນຊາທ້ອງຖິ່ນ 2 ຄົນ. ເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຄັ້ງທີ 2 ຢູ່ເມືອງ Ghazu Abad, ມີພາກສ່ວນ IS 7 ຄົນ, ໃນນັ້ນມີຜູ້ບັນຊາທ້ອງຖິ່ນ 1 ຄົນຖືດັບສູນ.

ຕອບກັບ

ຂ່າວ/ບົດ​ອື່ນ