ເຮືອບິນພົນລະເຮືອນຂອງອີຢີບຖືກຈີ້ຍົນລອບຈັບຕົວ

ເຮືອບິນພົນລະເຮືອນຂອງອີຢີບຖືກຈີ້ຍົນລອບຈັບຕົວ - ảnh 1
ເຮືອ​ບິນ​ຂອງ​ບໍ​ລິ​ສັດ​ການ​ບິນ ອີ​ຢີບ
ພາບ​ປະ​ກອບ:TTXVN

(vovworld)- ວັນ​ທີ 29/3, ເຮືອ​ບິນ Boeing 737-800 ໝາຍ​ເລກ MS 181 ຂອງ​ບໍ​ລິ​ສັດ​ການ​ບິນ ອີ​ຢີບ ພວມ​ບິນ​ຈາກ​ນະ​ຄອນ Alexandria ໄປ​ເຖິງ ນະ​ຄອນ​ຫລວງ Cairo ຂົນ​ສົ່ງ​ຜູ້​ໂດຍ​ສານ 55 ຄົນ ແລະ ຈຸ​ບິນ 7 ຄົນ ຖືກ​ລອບ​ຈັບ​ຕົວ. ກຸ​່ມ​ຈີ້​ຍົນ ໄດ້​ຮຽກ​ຮ້ອງ​ເຮືອ​ບິນ​ຫັນ​ທິດ​ເຖິງ ໄຊ​ປ​ຣັດ(Cyprus) ແລະ ຈອດ​ຢູ່​ສະ​ຫນາມ​ບິນ​​ແຫ່ງ​ຫນຶ່ງທີ່​ນະ​ຄອນ​ Larnaca ຢູ​່​ແຄມ​ຝ​ລັ່ງ​ທະ​ເລ​ທາງ​ທິດ​ໃຕ້​ຂອງ​ປະ​ເທດນີ້. ປະ​ຈຸ​ບັນ ກຸ່ມ​ຈີ້​ຍົນ​ດັ່ງ​ກ່າວ​ໄດ້​ປ່ອຍ​ຕົວ​ແມ່​ຍິງ ແລະ​ເດັກ​ນ້ອຍ​ຈຳ​ນວນ​ຫນຶ່ງ ແລະ ຖະ​ແຫລງວ່າ ຈະ​ປ່ອຍ​ຕົວ​ໃຫ້​ຜູ້​ໂດຍ​ສານ​ຖື​ສັນ​ຊາດ ອີ​ຢີບ. ປະ​ຈຸ​ບັນ ກຳ​ລັງ​ປະ​ຕິ​ບັດ​ຫນ້າ​ທີ່ພິ​ເສດ​ທີ່​ເຄີຍ​ກູ້​ເອົາ​ຊີ​ວິດ​ໃຫ້​ຜູ້​ຖືກ​ລອບ​ຈັບ​ເປັນ​ຕົວ​ປະ​ການ ພວມ​ຜັນ​ຂະ​ຫຍາຍ​ຢູ່​ສະ​ຫນາມ​ບິນ​ດັ່ງ​ກ່າວ.

 

 

 

 

 

ຂ່າວ/ບົດ​ອື່ນ