ເຮືອບິນສູ້ຮົບ Su-27 ຂອງລັດເຊຍ ສະກັດກັ້ນເຮືອບິນສອດແນມ ອາເມລິກາ ໃນທະເລ Baltic

(VOVWORLD) -ກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ວ່າ ບັນດາລະບົບຄວບຄຸມນ່ານຟ້າຂອງລັດເຊຍ ໄດ້ພົບເຫັນເຮືອບິນລໍາໜຶ່ງມຸ່ງໜ້າມາເຂດຊາຍແດນຂອງປະເທດນີ້ ຢູ່ເຂດນ່ານທະເລເປັນກາງ ຂຶ້ນກັບທະເລ Baltic.

  ກະຊວງປ້ອງກັນປະເທດລັດເຊຍ ແຈ້ງໃຫ້ຊາບວ່າ ເຮືອບິນສູ້ຮົບ ໝາຍເລກ Su-27 ຂອງ ລັດເຊຍ ໄດ້ອອກສະກັດກັ້ນເຮືອບິນສອດແນມ Boeing P-8A Poseidon ຂອງ ອາເມລິກາ ໃນທະເລ Baltic. ການຖະແຫຼງຂ່າວໃນວັນທີ 28 ມັງກອນ, ກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ວ່າ ບັນດາລະບົບຄວບຄຸມນ່ານຟ້າຂອງລັດເຊຍ ໄດ້ພົບເຫັນເຮືອບິນລໍາໜຶ່ງມຸ່ງໜ້າມາເຂດຊາຍແດນຂອງປະເທດນີ້ ຢູ່ເຂດນ່ານທະເລເປັນກາງ ຂຶ້ນກັບທະເລ Baltic. ກະຊວງດັ່ງກ່າວເນັ້ນໜັກວ່າ: “ເພື່ອເປັນການສະກັດກັ້ນເປົ້າໝາຍ, ເຮືອບິນ ໝາຍເລກ Su-27 ຂອງກໍາລັງປ້ອງກັນທາງອາກາດໄດ້ຮັບການແຕ່ງຕັ້ງໄປປະຕິບັດງານ”, ພ້ອມທັງໄດ້ເວົ້າເພີ່ມເຕີມກ່ຽວກັບເປົ້າໝາຍທີ່ໄດ້ກໍານົດວ່າ ແມ່ນເຮືອບິນ P-8A Poseidon ຂອງ ອາເມລິກາ.

        ວັນທີ 24 ມັງກອນ ທີ່ຜ່ານມາ, ກະຊວງປ້ອງກັນປະເທດລັດເຊຍ ກໍໄດ້ແຈ້ງໃຫ້ຊາບວ່າ ເຮືອບິນ ໝາຍເລກ Su-27 ຂອງປະເທດນີ້ ສະກັດກັ້ນເຮືອບິນສອດແນມຂອງ ຊູແອັດ ທີ່ພົບເຫັນຢູ່ໃນທະເລ Baltic ຢູ່ໃກ້ກັບເຂດນ່ານຟ້າຂອງ ລັດເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ